วันเสาร์ที่ 1 ธันวาคม พ.ศ. 2555

ຜູ້ປະພຶດດີ


ຜູ້ປະພຶດດີ ມີຄວາມເຫັນຖືກຕ້ອງ
ໝັ່ນຢູ່ໃນຄອງທັມ ເວົ້າຄຳຈິງ
ປະຕິບັດໜ້າທີ່ຂອງຕົນສົມບູນ
ຄົນຍ່ອມເທີດທູນດ້ວຍຄວາມຮັກ

ຢາກຮູ້ຊາດປາງກ່ອນ


ຢາກຮູ້ຊາດປາງກ່ອນເບິ່ງທີ່ຮັບຊາດນີ້ ຢາກຮູ້ຜົນຊາດໜ້າເບິ່ງທີ່ເຮັດຊາດນີ້
ຜູ້ບຳເພັນຍານຕ້ອງພົບມານພະຈົນ ຈິດໃຈແນ່ວແນ່ເຖິງຈະດຸດພົ້ນໄດ້
ດອກບົວທີ່ໃຫຍ່ຂຶ້ນໃນໂຄນຕົມນັ້ນລ້ວນແຕ່ເປັນດອກບົວທີ່ສະອາດສວຍສົດ
ເຖິງແມ່ນວ່າຈະເກີດໃນໂຄນຕົມກໍ່ຕາມ

ການວາງເສີຍ

ການວາງເສີຍເປັນມາລະຍາດທີ່ດີ ແຕ່ຫຼາຍເກີນໄປມັກເປັນຄົນລັບລົມຄົມໃນ

ການຢູ່ຮ່ວມກັນ


ໃນການຢູ່ຮ່ວມກັນນັ້ນກໍ່ຄືກັນກັບອະໄວຍະວະໃນຮ່າງກາຍທີ່ແຕກຕ່າງກັນໄປ ແລະຕ່າງກໍ່ມີໜ້າທີ່ເຮັດແຕກຕ່າງກັນໄປ ເຮັດຫຼາຍບ້າງເຮັດນ້ອຍບ້າງ ໜັກບ້າງ ເບົາບ້າງ ສຸດແລ້ວແຕ່ໜ້າທີ່ ຈະໃຫ້ຄືກັນ ຫຼືເທົ່າກັນຄົງບໍ່ໄດ້ ແຕ່ເມື່ອເຮັດວຽກຢ່າງສອດຄ່ອງປະສານກັນແລ້ວ ກໍ່ຈະພາໃຫ້ບັນລຸເຖິງເປົ້າໝາຍທີ່ເຮັດໄດ້ ເພາະສະນັ້ນຈຶ່ງບໍ່ຄວນຄິດຊັງ ຫຼືອິດສາອີກຄົນໜຶ່ງ ຫຼືຫຼາຍຄົນທີ່ເຮັດໜ້າທີ່ເບົາໆ ແລະເຮັດບໍ່ຫຼາຍເທົ່າຕົນ ທຳມະຊາດສ້າງສັນອະໄວຍະວະໃນຮ່າງກາຍມາໃຫ້ເຮັດໜ້າທີ່ສອດປະສານກັນດີຢູ່ແລ້ວ ຖ້າສ່ວນໃດຫັກ ຫຼືບໍ່ເຮັດໜ້າທີ່ກໍ່ຈະພາກັນວິບັດລົ້ມຕາຍໄປດ້ວຍກັນ ທີ່ອາຍຸຍືນຢູ່ໄດ້ເພາະວ່າອະໄວຍະວະສາມາຄີກັນພ້ອມພຽງກັນເຮັດໜ້າທີ່ຂອງຕົນໄປນັ້ນເອງ ຄົນໃນສັງຄົມ ໃນໝູ່ຄະນະກໍ່ເຊັ່ນດຽວກັນ ຍ່ອມແຕກຕ່າງກັນໄປເປັນປົກກະຕິທັງໜ້າທີ່ການງານ ຄວາມຮູ້ຄວາມສາມາດ ຕລອດເຖິງຄວາມຄິດຄວາມອ່ານ ຖ້າໃຊ້ຄວາມຕ່າງກັນນັ້ນມາສອດປະສານກັນ ຢູ່ກັນດ້ວຍຄວາມເອື້ອເຟື້ອເຜື່ອແຜ່ໃຫ້ອະໄພຍິນຍອມຜ່ອນຜັນ ອົດທົນຕໍ່ກັນໄດ້ກໍ່ຍ່ອມຢູ່ສຸກສະບາຍດ້ວຍກັນທັງໝົດ

ສັງຄະຫະວັດຖຸ


ສັງຄະຫະວັດຖຸ
ສັງຄະຫະວັດຖຸ ໝາຍເຖິງ ຫຼັກທັມສຳລັບຢຶດນ່ຽວຈິດໃຈຂອງຄົນໃນສັງຄົມ ໃຫ້ມີຄວາມຮັກໃຄ່ກົມກຽວສາມາຄີກັນ ເປັນຫຼັກທັມສຳລັບການຜູກມິດໄມຕີ ລະຫວ່າງກັນ ມີ 4 ຫຼັກທັມຍ່ອຍດັ່ງນີ້
1.ຄວາມເສຍສະຫຼະ (ທານ)
ໝາຍເຖິງ ການຊ່ວຍເຫຼືອຜູ້ອື່ນ ດ້ວຍຄວາມເອື້ອເຟື້ອເຜື່ອແຜ່ ຮູ້ຈັກແບ່ງປັນບໍ່ຂີ້ຖີ່ ຂີ້ໜຽວ ບໍ່ເຫັນແກ່ຕົວ ອາດເປັນການເສຍສະຫຼະກຳລັງກາຍ ກຳລັງຊັບ ແລະກຳລັງປັນຍາ
2.ເວົ້າດີ (ປີຍະວາຈາ)
ໝາຍເຖິງ ເວົ້າຈາອ່ອນຫວານ ສຸພາບອ່ອນນ້ອມ ໜ້າຟັງ ເວົ້າແຕ່ຄຳຄວາມຈິງ ເວົ້າແຕ່ສິ່ງທີ່ເປັນສາລະມີປະໂຫຍດ ເວົ້າປະສານຄວາມຮັກຄວາມສາມາຄີ ບໍ່ເວົ້າສໍ້ສຽດ ໃສ່ຮ້າຍຈົນເກີດຄວາມແຕກແຍກໃນສັງຄົມ
3.ການບຳເພັນປະໂຫຍດ (ອັດຖະຈຣິຍາ)
ໝາຍເຖິງ ການຊ່ວຍເຫຼືອສັງຄົມ ເຮັດວຽກສາທາລະນະປະໂຫຍດ ເຊັ່ນ ຊ່ວຍກັນບັນຈຸຊາຍ ຫຼືຂົນກະສອບຊາຍປ້ອງກັນນ້ຳຖ້ວມ ໂດຍບໍ່ຕ້ອງຖ້າຄຳຮຽກຮ້ອງຈາກໃຜ ຫຼືໜ່ວຍງານໃດ
4.ການວາງຕົນເໝາະສົມ (ສະມານັດຕະຕາ)
ໝາຍເຖິງ ການຮູ້ ກາລະເທສະ ປະຕິບັດຕົນໄດ້ເໝາະສົມ ສະເໝີຕົ້ນສະເໝີປາຍ

ແປວທຽນ


ແປວທຽນ ລະລາຍແທ່ງ
ເພື່ອເປັ່ງແສງ ອັນອຳໄພ
ຊີວິດ ມະລາຍໄປ
ເຫຼືອ ສິ່ງໃດ ຖິ້ມໄວ້ແທນ

ເບິ່ງສິ່ງທີ່ເບິ່ງບໍ່ເຫັນ


ເບິ່ງສິ່ງທີ່ເບິ່ງບໍ່ເຫັນ ຟັງສິ່ງທີ່ບໍ່ໄດ້ຍິນ ຮູ້ສິ່ງທີ່ບໍ່ຮູ້ ນັ້ນຄືສັດຈະທັມ