วันศุกร์ที่ 30 พฤศจิกายน พ.ศ. 2555

ອະນາຄົດຍັງອີກໄກ


ອະນາຄົດຍັງອີກໄກ
ຝັນໄວ້ແນວໃດຂໍໃຫ້ໄປໃຫ້ເຖິງ
ໃນຍາມທໍ້ຍັງມີເຮົາອີກຄົນໜຶ່ງ
ເຮົາຄົນນີ້ຊຶ່ງຄອຍໃຫ້ກຳລັງໃຈ
ແຕ່ລະຄົນຕ່າງກໍ່ມີຝັນ
ຈະຕ່າງກັນກໍ່ທີ່ຈຸດໝາຍ
ສິ່ງທີ່ຝັນແມ່ນວ່າຈະໄປເຖິງໄດ້ງ່າຍດາຍ
ຍັງຕ້ອງການກຳລັງໃຈຈາກຫຼາຍຄົນ

ກັບທຸກບົທທຸກຕອນທີ່ອ່ອນລ້າ


ກັບທຸກບົທທຸກຕອນທີ່ອ່ອນລ້າ
ກໍ່ຕ້ອງຟັນຝ່າຢ່າງເຕັມທີ່
ມີເຫງົາບ້າງທໍ້ບ້າງໃນບາງທີ
ແຕ່ກຳລັງໃຈທີ່ດີເພາະມີ (…)

ທຸກນາທີທີ່ຍັງຫາຍໃຈ


ທຸກນາທີທີ່ຍັງຫາຍໃຈ
ມີຄົນຄອຍຫ່ວງຫາອາໄລຢູ່ຂ້າງໆ
ເປັນຕະກຽງໃຫ້ເມື່ອເຈົ້າຫຼົງທາງ
ຍາມອ້າງວ້າງຄອຍຢູ່ຄຽງຂ້າງໃຈ
(ກຳລັງໃຈຈາກຄົນໄກ…ສູ້ໆໆໆ)

ເມຍປຽບດັ່ງເສື້ອຜ້າ


ເມຍປຽບດັ່ງເສື້ອຜ້າ
ຂາດຫຼືຫາຍໄປກໍ່ຫາໃໝ່ໄດ້
ພີ່ນ້ອງປຽບດັ່ງແຂນຊ້າຍ-ຂວາ
ຂາດແລ້ວຍາກທີ່ຈະຕໍ່ໄດ້

ອັນທຳມະດາພີ່ນ້ອງກັນນັ້ນ


ອັນທຳມະດາພີ່ນ້ອງກັນນັ້ນ
ອຸປະມາຄືດັ່ງແຂນຊ້າຍແຂນຂວາ
ເຫດໃດທ່ານຈະມາຄິດໃຈເບົາຕັດແຂນຊ້າ-ຂວານັ້ນບໍ່ຄວນ

ເພາະສະແຫວງຫາ


ເພາະສະແຫວງຫາ ບໍ່ແມ່ນເພາະຄອຍຖ້າ
ເພາະຊ່ຽວຊານ ບໍ່ແມ່ນເພາະໂອກາດ
ເພາະສາມາດ ບໍ່ແມ່ນໂຊກຊ່ວຍ
ດັ່ງນີ້ແລ້ວ ”ລິຂິດຟ້າຫຼືຈະສູ້ມານະຕົນ”