วันศุกร์ที่ 16 พฤศจิกายน พ.ศ. 2555

ສະມາທິ 3(2)

ສະມາທິ 3(2)
ຄວາມຕັ້ງໝັ້ນແຫ່ງຈິຕ ໝາຍເຖິງສະມາທິໃນວິປັສສະນາ ຫຼືຕົວວິປັສສະນານັ້ນເອງ ແຍກປະເພດຕາມລັກສະນະການກຳນົດພິຈາລະນາໄຕຣລັກ ຂໍ້ທີ່ໃຫ້ສຳເລັດຄວາມຫຼຸດພົ້ນ
1.ສຸນຍະຕະສະມາທິ
ສະມາທິອັນພິຈາລະນາເຫັນຄວາມວ່າງ ໄດ້ແກ່ ວິປັສສະນາທີ່ໃຫ້ເຖິງຄວາມຫຼຸດພົ້ນດ້ວຍກຳນົດອະນັຕຕະລັກສະນະ
2.ອະນິມິຕຕະສະມາທິ
ສະມາທິອັນພິຈາລະນາທັມບໍ່ມີນິມິຕ ໄດ້ແກ່ ວິປັສສະນາທີ່ໃຫ້ເຖິງຄວາມຫຼຸດພົ້ນດ້ວຍກຳນົດອະນິຈຈະລັກສະນະ
3.ອັປປະນິຫິຕະສະມາທິ
ສະມາທິອັນພິຈາລະນາທັມບໍ່ມີຄວາມຕັ້ງປາຖະໜາ ໄດ້ແກ່ ວິປັສສະນາທີ່ໃຫ້ເຖິງຄວາມຫຼຸດພົ້ນດ້ວຍກຳນົດທຸກຂະລັກສະນະ

ໂດຍ: ພຣະພົມພຸນາພອນ
ແປ/ແກ້ໄຂ: ພ.ພັທທະກະມຸນີ

ไม่มีความคิดเห็น: