วันพุธที่ 31 ตุลาคม พ.ศ. 2555

ກາມ 2


ກາມ 2

  ຄວາມຫຼົງໄຫຼ, ຄວາມຢາກ, ຄວາມປາຖະໜາ, ສິ່ງທີ່ເຮັດໃຫ້ຫຼົງໄຫຼເຮັດໃຫ້ປາຖະໜາ ມີດັ່ງນີ້

     1. ກິເລສກາມ

         ກິເລສທີ່ເຮັດໃຫ້ຫຼົງໄຫຼ, ຄວາມຢາກທີ່ເປັນຕົວກິເລສ

     2. ວັດຖຸກາມ

         ວັດຖຸອັນເຮັດໃຫ້ຫຼົງໄຫຼ, ສິ່ງທີ່ເຮັດໃຫ້ປາຖະໜາ, ສິ່ງທີ່ຢາກໄດ້, ກາມຄຸນ

ກັມມະຖານ 2 (ພາວະນາ 2)


ກັມມະຖານ 2 (ພາວະນາ 2)

   ການຈະເລີນ, ການເຮັດໃຫ້ເກິດໃຫ້ມີຂຶ້ນ, ການຝຶກອົບຮົມຈິດໃຈ ມີດັ່ງນີ້

      1. ສະມະຖະພາວະນາ

          ການຝຶກອົບຮົມຈິດໃຈໃຫ້ເກິດຄວາມສະຫງົບ, ການຝຶກສະມາທິ

      2. ວິປັສສະນາພາວະນາ

          ການຝຶກອົບຮົມປັນຍາໃຫ້ເກິດຄວາມຮູ້ແຈ້ງຕາມຄວາມເປັນຈິງ, ການຈະເລີນປັນຍາ

    ສອງຢ່າງນີ້ ໃນບາລີທີ່ມາທ່ານເອີ້ນວ່າ ພາເວຕັພພະທັມ ແລະວິຊຊາພາຄິຍະທັມ. ໃນຄຳພີສະໄໝຫຼັງ

ບາງຄັ້ງເອີ້ນວ່າກັມມະຖານ (ອາລົມເປັນທີ່ຕັ້ງແຫ່ງການຈະເລີນພາວະນາ, ທີ່ຕັ້ງແຫ່ງການເຮັດຄວາມ

ພຽນຝຶກອົບຮົມຈິດ, ວິທີຝຶກອົບຮົມຈິດ)

ອັປປະມາທະ

ອັປປະມາທະ

   ຄວາມບໍ່ປະໝາດ ຄືຄວາມເປັນຢູ່ຢ່າງບໍ່ຂາດສະຕິ ຫຼືຄວາມພຽນທີ່ມີສະຕິເປັນເຄື່ອງກະຕຸ້ນ ແລະ

ຄວບຄຸມ ໄດ້ແກ່ ການດຳເນີນຊີວິດໂດຍມີສະຕິເປັນເຄື່ອງກຳກັບຄວາມປະພຶດ ປະຕິບັດ ແລະການ

ເຮັດທຸກຢ່າງ ລະມັດລະວັງໂຕ ບໍ່ຍອມຖະຫຼຳລົງໄປໃນທາງເສື່ອມ ແຕ່ບໍ່ຍອມພາດໂອກາດສຳລັບ

ຄວາມດີງາມ ແລະຄວາມຈະເລີນກ້າວໜ້າ ຕະໜັກໃນສິ່ງທີ່ເຮັດ ແລະລະເວັ້ນ ໃສ່ໃຈສຳນຶກຢູ່

ສະເໝີໃນໜ້າທີ່ອັນຈະຕ້ອງຮັບຜິດຊອບ ບໍ່ຍອມປ່ອຍປະລະເລີຍ ເຮັດວຽກງານດ້ວຍ

ຄວາມຈິງຈັງ ຮອບຄອບ ແລະກ້າວໜ້າເລື້ອຍໄປ

ໂຍນິໂສມະນະສິການ

ໂຍນິໂສມະນະສິການ

    ການໃຊ້ຄວາມຄິດຖືກວິທີ ຄືການເຮັດໃນໃຈໂດຍແຍບຄາຍ ເບິ່ງສິ່ງທັງຫຼາຍດ້ວຍຄວາມ

ຄິດພິຈາລະນາສືບຄົ້ນເຖິງຕົ້ນເຄົ້າ ສາວຫາເຫດຜົນຈນຕະຫຼອດສາຍ ແຍກແຍະອອກວິເຄາະ

ເບິ່ງດ້ວຍປັນຍາທີ່ຄິດເປັນລະບຽບ ແລະໂດຍອຸບາຍວິທີ ໃຫ້ເຫັນສິ່ງນັ້ນໆ ຫຼືປັນຫານັ້ນໆ

ຕາມສະພາວະ ແລະຕາມຄວາມສຳພັນແຫ່ງເຫດປັດຈັຍ

ຂໍ້ປະຕິບັດຂອງຄົນດີ

ຂໍ້ປະຕິບັດຂອງຄົນດີ

  ສັປປຸຣິສະບັນຍັດ ຫຼື ຂໍ້ປະຕິບັດຂອງຄົນດີ (ສັດຕະບຸຣຸດ ໝາຍເຖິງ ຄົນດີ ມີຄວາມຮູ້ ນັກປຣາຊ)

    1. ການແບ່ງປັນ (ທານ) ຮູ້ຈັກມີນ້ຳໃຈຊ່ວຍເຫຼືອຜູ້ອື່ນດ້ວຍຄວາມເອື້ອເຟື້ອເຜື່ອແຜ່

    2. ເວັ້ນຈາກການບຽດບຽນຕົນເອງແລະຜູ້ອື່ນ (ປັບພັດຊາ) ສະແຫວງຫາຄວາມສຸກທາງໃຈ

    3. ການລ້ຽງດູມານດາບິດາ (ມາຕາປິຕຸອຸປັດຖານ) ຕອບແທນຄຸນບິດາມານດາໃຫ້ມີສຸກ

  ສະຫຼຸບ ສັດຕະບຸຣຸດ ເປັນແບບຢ່າງໃນການເຮັດຄວາມດີ ດ້ວຍກາຍ ວາຈາ ແລະໃຈແກ່ຄົນໃນສັງຄົມ

ກັນລະຍານະມິດຕະຕາ


ກັນລະຍານະມິດຕະຕາ

     ຄວາມມີກັນລະຍານະມິດຕະຕາ ຄືມີຜູ້ແນະນຳ ສັ່ງສອນ ທີ່ປຶກສາ ເພື່ອນທີ່ຄົບຫາ ແລະ

ບຸກຄົນຜູ້ແວດລ້ອມທີ່ດີ, ຄວາມຮູ້ຈັກເລືອກເສວະນາບຸກຄົນ ຫຼືເຂົ້າຮ່ວມກັບທ່ານຜູ້ມີປັນຍາ

ມີຄວາມສາມາດ ຊຶ່ງຈະຊ່ວຍແວດລ້ອມ ສະໜັບສະໜຸນ ຊັກຈູງ ຊີ້ຊ່ອງທາງ ເປັນແບບຢ່າງ

ຕະຫຼອດຈົນການປະກອບກິດຈະການ ແລະປະຕິບັດທັມ, ສິ່ງແວດລ້ອມທາງສັງຄົມທີ່ດີ