ໃນການຢູ່ຮ່ວມກັນນັ້ນກໍ່ຄືກັນກັບອະໄວຍະວະໃນຮ່າງກາຍທີ່ແຕກຕ່າງກັນໄປ
ແລະຕ່າງກໍ່ມີໜ້າທີ່ເຮັດແຕກຕ່າງກັນໄປ ເຮັດຫຼາຍບ້າງເຮັດນ້ອຍບ້າງ ໜັກບ້າງ ເບົາບ້າງ ສຸດແລ້ວແຕ່ໜ້າທີ່
ຈະໃຫ້ຄືກັນ ຫຼືເທົ່າກັນຄົງບໍ່ໄດ້ ແຕ່ເມື່ອເຮັດວຽກຢ່າງສອດຄ່ອງປະສານກັນແລ້ວ ກໍ່ຈະພາໃຫ້ບັນລຸເຖິງເປົ້າໝາຍທີ່ເຮັດໄດ້
ເພາະສະນັ້ນຈຶ່ງບໍ່ຄວນຄິດຊັງ ຫຼືອິດສາອີກຄົນໜຶ່ງ ຫຼືຫຼາຍຄົນທີ່ເຮັດໜ້າທີ່ເບົາໆ ແລະເຮັດບໍ່ຫຼາຍເທົ່າຕົນ
ທຳມະຊາດສ້າງສັນອະໄວຍະວະໃນຮ່າງກາຍມາໃຫ້ເຮັດໜ້າທີ່ສອດປະສານກັນດີຢູ່ແລ້ວ ຖ້າສ່ວນໃດຫັກ
ຫຼືບໍ່ເຮັດໜ້າທີ່ກໍ່ຈະພາກັນວິບັດລົ້ມຕາຍໄປດ້ວຍກັນ ທີ່ອາຍຸຍືນຢູ່ໄດ້ເພາະວ່າອະໄວຍະວະສາມາຄີກັນພ້ອມພຽງກັນເຮັດໜ້າທີ່ຂອງຕົນໄປນັ້ນເອງ
ຄົນໃນສັງຄົມ ໃນໝູ່ຄະນະກໍ່ເຊັ່ນດຽວກັນ ຍ່ອມແຕກຕ່າງກັນໄປເປັນປົກກະຕິທັງໜ້າທີ່ການງານ ຄວາມຮູ້ຄວາມສາມາດ
ຕລອດເຖິງຄວາມຄິດຄວາມອ່ານ ຖ້າໃຊ້ຄວາມຕ່າງກັນນັ້ນມາສອດປະສານກັນ ຢູ່ກັນດ້ວຍຄວາມເອື້ອເຟື້ອເຜື່ອແຜ່ໃຫ້ອະໄພຍິນຍອມຜ່ອນຜັນ
ອົດທົນຕໍ່ກັນໄດ້ກໍ່ຍ່ອມຢູ່ສຸກສະບາຍດ້ວຍກັນທັງໝົດ
ไม่มีความคิดเห็น:
แสดงความคิดเห็น