วันเสาร์ที่ 1 ธันวาคม พ.ศ. 2555

ຄວາມຕາຍຄືເພື່ອນທີ່ດີທີ່ສຸດຂອງເຮົາ


ຄວາມຕາຍຄືເພື່ອນທີ່ດີທີ່ສຸດຂອງເຮົາ ຄວາມຕາຍບໍ່ເຄີຍຕົວະເຮົາ ບໍ່ເຄີຍຫວັງຜົນປະໂຫຍດ ຫຼືສິ່ງຕອບແທນຈາກເຮົາ ຄວາມຕາຍຢູ່ຄຽງຂ້າງເຮົາສະເໝີ ບໍ່ວ່າຈະຂຶ້ນເໜືອລົງໃຕ້ ເວລາທີ່ເຮົາມີຄວາມສຸກ ມີຄວາມທຸກ ດີໃຈ ເສຍໃຈ ຫຼືທໍ້ແທ້ ຄວາມຕາຍກໍ່ຈະຢູ່ຄຽງຂ້າງເຮົາບໍ່ຍອມຫ່າງ ຄົນເຮົາເອງດ້ວຍຊ້ຳທີ່ຕ້ອງການແຕ່ຜົນປະໂຫຍດ ຫຼືສິ່ງຕອບແທນຊຶ່ງກັນແລະກັນ ເວລາທີ່ມີປັນຫາ ຫຼືມີຄວາມທຸກຈິ່ງແລ່ນເຂົ້າຫາກັນ ເວລາມີຄວາມສຸກກໍ່ທຳທ່າເມີນເສີຍ ຖ້າເປັນນັກຮຽນກໍ່ຢາກຄົບແຕ່ນັກຮຽນເກັ່ງໆ ຖານະດີໆ ຖ້າເວົ້າເຖິງເລື່ອງເຮັດວຽກກໍ່ຫວັງແຕ່ຜົນປະໂຫຍດຈາກຫົວໜ້າ ແມ່ນແຕ່ຄົນໃນຄອບຄົວດຽວກັນກໍ່ຫວັງຜົນປະໂຫຍດຊຶ່ງກັນ ແລະກັນ ເອົາລັດເອົາປຽບກັນ ຖ້າບໍ່ໄດ້ຜົນປະໂຫຍດດັ່ງໃຈກໍ່ຈະຮ້າຍຊັງ ຫຼືຄອຍຂັດຂວາງຄວາມສຸກຂອງຄົນອື່ນ ຄົນເຮົາຫາຄວາມຈິງໃຈໃຫ້ກັນບໍ່ຄ່ອຍໄດ້ ບໍ່ຄືກັບເພື່ອນຄືຄວາມ ”ຕາຍ” ທີ່ເປັນໄດ້ທຸກຢ່າງສຳລັບເຮົາ

ไม่มีความคิดเห็น: