วันพุธที่ 21 พฤศจิกายน พ.ศ. 2555

ເມຍ 7 ປະເພດ

ເມຍ 7 ປະເພດ
1.ວະທະກາພະຣິຍາ
ໝາຍເຖິງ ເມຍປຽບດັ່ງເພັດສະຄາດ (ນັກຂ້າ) ເປັນພວກທີ່ມີຈິດໃຈຄິດບໍ່ດີ ມັກທຳລາຍ ມັກດ່າ ຊາບແຊ່ງ ຄິດຂ້າຜົວ ຫຼືມີຊູ້ກັບຊາຍອື່ນ
2.ໂຈຣິພະຣິຍາ
ໝາຍເຖິງ ເມຍປຽບດັ່ງໂຈນ ເປັນຄົນລ້າງຜານ ສ້າງໜີ້ສິນ ຫາໄດ້ເທົ່າໃດກໍບໍ່ພໍ ຫຼືເອົາເລື່ອງໃນເຮືອນໄປເວົ້າໃຫ້ຄົນພາຍນອກຮັບຮູ້ເຮັດໃຫ້ເສືອມເສຍຊື່ສຽງ
3.ອັຍຍາພະຣິຍາ
ໝາຍເຖິງ ເມຍປຽບດັ່ງເຈົ້ານາຍ ເປັນຄົນມັກຂົ່ມຜົວໃຫ້ຢູ່ໃນອຳນາດ ບໍ່ໃຫ້ກຽດຜົວເວລາຢູ່ຕໍ່ໜ້າຄົນອື່ນ ມັກສັ່ງການ ຫຼືເອົາແຕ່ໃຈຕົວເອງ ເຫັນຜົວເປັນຄົນບໍ່ມີຄວາມສາມາດ ຄິດວ່າຕົນເອງເປັນຜູ້ນຳ
4.ມາຕາພະຣິຍາ
ໝາຍເຖິງ ເມຍປຽບດັ່ງແມ່ ຄືຜູ້ທີ່ມີຄວາມຮັກຕໍ່ສາມີຢ່າງດີ ບໍ່ເຄີຍຖິ້ມໃນຍາມທຸກຍາກ ປ່ວຍໄຂ້ ບໍ່ເຮັດໃຫ້ມີເລື່ອງສະເທືອນໃຈ
5.ພະຄີນີພະຣິຍາ
ໝາຍເຖິງ ເມຍປຽບດັ່ງນ້ອງສາວ ຄືຜູ້ທີ່ມີຄວາມເຄົາລົບຕໍ່ຜົວໃນຖານະພໍ່ເຮືອນ ແຕ່ຂັດໃຈກັນບາງຄັ້ງຕາມພາສາຄົນໃກ້ຊິດກັນແລ້ວໃຫ້ອາໄພກັນໂດຍບໍ່ຄິດພະຍາບາດ ຢ່າງຕາມແນວທາງຂອງຜົວ ຕ້ອງເພິ່ງພາຜົວ
6.ສະຂີພະຣິຍາ
ໝາຍເຖິງ ເມຍປຽບດັ່ງເພືອນ ຕ່າງຄົນຕ່າງກໍ່ມີບາງສິ່ງທີ່ຄືກັນ ຄວາມສາມາດເທົ່າກັນ ບໍ່ຈຳເປັນຕ້ອງພາກັນ ບໍ່ຄ່ອຍຍອມກັນ ເປັນຕົວຂອງຕົວເອງ ແຕ່ກໍ່ຮັກກັນ ແລະຊ່ວຍເຫຼືອກັນໂດຍຕ່າງຄົນຕ່າງເຮັດໜ້າທີ່ຂອງຕົວເອງ
7.ທາສີພະຣິຍາ
ໝາຍເຖິງ ເມຍປຽບດັ່ງຄົນຮັບໃຊ້ ຄືເມຍທີ່ຢູ່ພາຍໃນຄຳສັ່ງຂອງຜົວໂດຍບໍ່ມີຂໍ້ຂັດແຍ້ງ ຜົວເປັນຜູ້ເບິ່ງແຍງ ສັ່ງເຮັດແນວໃດກໍເຮັດແນວນັ້ນ ເຖິງແມ່ນວ່າຈະບໍ່ເຫັນດີນຳກໍ່ບໍ່ອອກຄວາມຄິດເຫັນ ອົດທົນເຮັດວຽກຕາມໜ້າທີ່ຕາມແຕ່ຜົວຈະສັ່ງການ ເຖິງຈະຖືກດ່າ ຄ່ຽນຕີກໍ່ຍັງທົນຢູ່ໄດ້ໂດຍບໍ່ໂຕ້ຕອບ
ທ່ານສອນໃຫ້ເມຍສຳຫຼວດຕົວເອງວ່າ ທີ່ເປັນຢູ່ ວ່າເປັນເມຍປະເພດໃດ ແລະຈະໃຫ້ດີຄວນຈະເປັນເມຍປະເພດໃດ; ສຳລັບຊາຍອາດໃຊ້ເປັນຫຼັກສຳຫຼວດອຸປະນິໄສຂອງຕົວເອງວ່າຄວນແກ່ແມ່ຍິງປະເພດໃດເປັນຄູ່ຄອງ ແລະສຳຫຼວດແມ່ຍິງທີ່ຈະເປັນຄູ່ຄອງວ່າເໝາະສົມກັບອຸປະນິໄສຂອງຕົວເອງຫຼືບໍ່?

ພ.ພັທທະກະມຸນີ

ไม่มีความคิดเห็น: