ຢ່າລືມແຜ່ເມຕຕາ
ກ່ອນທ່ານນອນ ຫຼັບໄປ ໃນຄືນນີ້
ຂໍຈົ່ງຕັ້ງ ດວງລືດີ ໄວ້ໃຫ້ໝັ້ນ
ຄິດເຖິງກຸສົນ ຜົນຄວາມດີ ທີ່ຜູກພັນ
ຈິຕຕັ້ງໝັ້ນ ແນ່ວແນ່ ແລ້ວແຜ່ໄປ
ແຜ່ເມຕຕາ ທົ່ວໄປ ໃຫ້ຄົນອື່ນ
ທັ້ງຮັກຊື່ນ ກຽດຊັງ ແຕ່ຄັ້ງໃດ
ຂໍໃຫ້ເຂົາ ໄດ້ດີ ມີສຸກໃຈ
ຢ່າຫວັ່ນໄຫວ ແມ້ອະມິດ ທີ່ຄິດຊັງ
ແລ້ວໃຈເຮົາ ຈະສະບາຍ ຄາຍຮ້ອນຮົນ
ເພາະຈິຕຜ່ອນ ຄວາມຄຽດ ແຕ່ຫົນຫຼັງ
ອະນິຄາ ສຸຂີ ອັຕຕານັງ
ພົ້ນທຸກຂັງ ກໍ່ເພາະຈິຕ ຄິດດີເອີຍ.
ไม่มีความคิดเห็น:
แสดงความคิดเห็น