วันอาทิตย์ที่ 11 พฤศจิกายน พ.ศ. 2555

ພາວະນາ 4

ພາວະນາ 4  
       
       ການຈະເລີນ, ການເຮັດໃຫ້ມີຂຶ້ນ, ການຝຶກອົບຮົມ, ການພັດທະນາ
          
         1. ກາຍພາວະນາ
            ການຈະເລີນກາຍ, ພັດທະນາກາຍ, ການຝຶກອົບຮົມກາຍ ໃຫ້ຮູ້ຈັກຕິດຕໍ່ກ່ຽວຂ້ອງກັບສິ່ງທັງຫຼາຍພາຍນອກ

ທາງອິນຊີທັງຫ້າດ້ວຍດີ ແລະປະຕິບັດຕໍ່ສິ່ງເຫຼົ່ານັ້ນໃນທາງທີ່ເປັນຄຸນ ບໍ່ໃຫ້ເກີດໂທດ ໃຫ້ກຸສົນລະທັມງອກງາມ 

ໃຫ້ອະກຸສົນລະທັມເສື່ອມສູນ, ການພັດທະນາຄວາມສຳພັນກັບສິ່ງແວດລ້ອມທາງກາຍພາບ

         2. ສີລພາວະນາ

              ການຈະເລີນສີນ, ພັດທະນາຄວາມປະພຶດ, ການຝຶກອົບຮົມສີນ ໃຫ້ຕັັ້ງຢູ່ໃນລະບຽບວິໄນ 

ບໍ່ບຽດບຽນຫຼືກໍ່ຄວາມເດືອດຮ້ອນເສຍຫາຍ ຢູ່ຮ່ວມກັບຜູ້ອື່ນໄດ້ດ້ວຍດີ ເກື້ອກູນແກ່ກັນ

         3. ຈິດຕະພາວະນາ

            ການຈະເລີນຈິດ, ພັດທະນາຈິດ, ການຝຶກອົບຮົມຈິດໃຈ ໃຫ້ເຂັ້ມແຂງໝັ້ນຄົງ ຈະເລີນງອກງາມດ້ວຍ

ຄຸນນະທັມທັງຫຼາຍ ເຊັ່ນມີເມດຕາກະລຸນາ ມີສັນທະ ຂະຫຍັນໝັ່ນພຽນ ອົດທົນ ມີສະມາທິ ແລະສົດຊື່ນ ເບີກບານ 

ເປັນສຸກຜ່ອງໃສ ເປັນຕົ້ນຯ

         4. ປັນຍາພາວະນາ

             ການຈະເລີນປັນຍາ, ພັດທະນາປັນຍາ, ການຝຶກອົບຮົມປັນຍາ ໃຫ້ຮູ້ເຂົ້າໃຈສິ່ງທັງຫຼາຍຕາມເປັນຈິງ 

ຮູ້ເທົ່າທັນເຫັນແຈ້ງໂລກ ແລະຊີວິດຕາມສະພາວະ ສາມາດເຮັດຈິດໃຈໃຫ້ເປັນອິດສະຫຼະ ເຮັດຕົນໃຫ້ບໍລິສຸດຈາກກິເລສ 

ແລະອອກພົ້ນຈາກຄວາມທຸກ ແກ້ໄຂປັນຫາທີ່ເກີດຂຶ້ນໄດ້ດ້ວຍປັນຍາ

(ຜູ້ໄດ້ຈະເລີນກາຍ ສີລ ຈິຕ ແລະປັນຍາແລ້ວ)
ບຸກຄົນທີ່ມີຄຸນສົມບັດຊຸດນີ້ຄົບຖ້ວນຍ່ອມເປັນພຣະອໍລະຫັນຕ໌

ไม่มีความคิดเห็น: