ຄວາມເປັນມາຂອງການ "ຢາດນ້ຳ"
ພຣະເຈົ້າພິມພິສານເປັນຄົນທຳອິດທີ່ເຮັດພິທີຢາດນ້ຳອຸທິດສ່ວນກຸສົນໃຫ້ຜູ້ຕາຍ
ເລື່ອງມີຢູ່ວ່າ: ພຣະເຈົ້າພິມພິສານ ເປັນກະສັດຄອງເມືອງຣາຊຄຶແຄວ້ນມະຄົດ
ເມື່ອພຣະເຈົ້າພິມພິສານໄດ້ຂ່າວວ່າເຈົ້າຊາຍສິດທັດຖະອອກບວດທີ່ປັນທະວະ ບັນພົດ ແຄວ້ນມະຄົດ
ຈຶ່ງສະເດັດໄປນະມັສການ ແລະຊັກຊວນໃຫ້ສະຫຼະເພດບັນພະຊິດມາຄອງຣາຊດ້ວຍກັນ
ເມື່ອໄດ້ຮັບຄຳປະຕິເສດຈຶ່ງຂໍຄຳປະຕິຍານວ່າຫາກທຣົງຄົ້ນພົບສິ່ງທີ່ສະແຫວງຫາເມື່ອໃດຂໍໃຫ້ມາສອນພຣະອົງ
ເປັນຄົນທຳອີດ
ດ້ວຍເຫດນີ້ ພຣະພຸດທະເຈົ້າເມື່ອໂຜດປັນຈະວັຄຄີ ໂຜດພຣະຍະສະ ແລະສະຫາຍມີພຣະອໍລະຫັນ
ຈຳນວນ 60 ອົງ ທຣົງສົ່ງໄປປະກາດພຣະສາສນາຍັງແຄວ້ນຕ່າງໆ
ແລ້ວພຣະອົງຈຶ່ງສະເດັດມຸ່ງຕົງໄປຍັງເມືອງຣາຊຄຶ ແຄວ້ນມະຄົດ
ເພື່ອເປື້ອງຄຳປະຖິນຍານທີ່ປະທານໃຫ້ກັບພຣະເຈົ້າພິມພິສານນັ້ນເອງ
ພຣະພຸດທະເຈົ້າທຣົງພິຈາລະນາເຫັນວ່າ ພຣະເຈົ້າພິມພິສານເປັນຜູ້ນຳແຄວ້ນໃຫຍ່
ຖ້າພຣະເຈົ້າພິມພິສານທຣົງເລື່ອມໃສໃນພຣະພຸດທະສາສນາແລ້ວ
ປະຊາຊົນຄົນອື່ນໆກໍຈະດຳເນີນຮອຍຕາມ ທຣົງດຳລິເຊັ່ນນີ້ຈຶ່ງສະເດັດໄປຍັງເມືອງຣາຊຄຶ...ສະໄໝນັ້ນພຣະເຈົ້າພິມພິສານ
ແລະຊາວເມືອງທຣົງເຄົາລົບນັບຖື ຊະຖິນສາມພີ່ນ້ອງຢູ ພຣະອົງຈຶ່ງຕ້ອງໄປໂຜດສາມພີ່ນ້ອງກ່ອນ
ເມື່ອພຣະພຸດທະອົງທຣົງສະແດງທັມໂຜດຊະຖິນສາມພີ່ນ້ອງສະຫຼະລັດທິຄວາມເຊື່ອດັ້ງເດີມນັ້ນມາເປັນສາວົກ
ຂອງພຣະອົງໝົດແລ້ວ
ກໍພາສາວົກໃໝ່ຈຳນວນພັນອົງໄປພັກຍັງສວນຕານໜຸ່ມໃກ້ເມືອງຣາຊຄຶ
ເມື່ອພຣະເຈົ້າພິມພິສານໄດ້ສະດັບຂ່າວນີ້
ຈຶ່ງສະເດັດພ້ອມປະຊາຊົນຈຳນວນຫຼາຍໄປຍັງສວນຕານໜຸ່ມ
ໄດ້ເຫັນອາຈານຂອງຕົນນັ່ງຄຸກເຂົ່າຄອງອັນຊະລີ (ພະນົມມືໄຫວ້)
ຕໍ່ພຣະພຸດທະເຈົ້າປະກາດເຫດຜົນທີ່ສະຫຼະລັດທິຄວາມເຊື່ອຖືເດີມຫັນມານັບຖືພຣະພຸດທະສາສນາ
ກໍຫາຍສົງໄສ ຟັງທັມຂອງພຣະພຸດທະເຈົ້າແລ້ວນັບຖືພຣະຣັຕຕະນະຕຣັຍ ແລະຖວາຍພັດຕາຫານແກ່ພຣະພຸດທະເຈົ້າ ພ້ອມພິກຂຸສົງທີ່ພຣະຣາຊວັງໃນມື້ອື່ນຫຼັງຈາກນັ້ນບໍ່ເທົ່າໃດວັນກໍ່ຖວາຍສວນໄຜ່ນອກເມືອງໃຫ້ເປັນວັດແຫ່ງທຳອິດ
ໃນພຣະພຸດທະສາສນາ
ເອີ້ນວ່າ "ວັດເວລຸວັນ" ຫຼັງຈາກຖວາຍວັດເວລຸວັນແລ້ວຄືນນັ້ນ
ພຣະເຈົ້າພິມພິສານທຣົງຝັນຮ້າຍ ເຫັນພວກເປດມາຮ້ອງໄຫ້ຢູ່ຕໍ່ໜ້າເປັນຕາຢ້ານຫຼາຍ
ມື້ອື່ນເຊົ້າມາພຣະອົງໄດ້ໄປເຂົ້າເຝົ້າພຣະພຸດທະເຈົ້າ
ເມື່ອທຣົງຮູ້ແລ້ວວ່າເປດເຫຼົ່ານັ້ນເຄີຍເປັນພຣະຍາດຂອງພຣະອົງມາຂໍສ່ວນບຸນ
ແລະໄດ້ຮັບຄຳແນະນຳໃຫ້ຢາດນ້ຳອຸທິດສ່ວນກຸສົນໃຫ້ພວກເຂົາມື້ຕໍ່ມາພຣະເຈົ້າພິມພິສານຈຶ່ງໄດ້ນິມົນ ພຣະພຸດທະເຈົ້າພ້ອມພິກຂຸສົງໄປສັນພັດຕາຫານໃນພຣະຣາຊວັງແລ້ວຢາດນ້ຳອຸທິດສ່ວນກຸສົນແກ່ພວກເປດ ເຫຼົ່ານັ້ນ
ໃນຕອນເດິກຂອງຄືນນັ້ນພວກເປດມາປາກົດກາຍອີກ ແຕ່ຕອນນີ້ໜ້າຕາຍິ້ມແຍ້ມແຈ່ມໃສ ຂອບໃຈທີ່ແບ່ງສ່ວນບຸນໃຫ້ແລ້ວກໍອັນຕະທານຫາຍວັບໄປ
ການຢາດນ້ຳ
ຄວາມໝາຍຂອງຄຳວ່າ "ຢາດນ້ຳ" ນີ້ໃນວັດຈະນານຸກົມສະບັບຣາຊບັນດິດສະຖານ ພ.ສ. 2525 ໃຫ້ຄຳຈຳກັດຄວາມໄວ້ວ່າ
"ແຜ່ສ່ວນບຸນດ້ວຍວິທີຢາດນ້ຳ" ການຢາດນ້ຳແຜ່ສ່ວນບຸນນັ້ນ
ສະຫຼຸບແລ້ວມີຢູ່ 4 ປະການຄື
1.ຢາດນ້ຳຕັດຂາດຈາກກັນ
2.ຢາດນ້ຳຍົກກຳມະສິດໃຫ້
3.ຢາດນ້ຳຕັ້ງຄວາມປາຖນາ
4.ຢາດນ້ຳແຜ່ສ່ວນກຸສົນ
ไม่มีความคิดเห็น:
แสดงความคิดเห็น