ຊານ 4 = ຣູປຊານ 4
1. ປະຖົມຊານ
ຊານທີ 1 ມີອົງ 5 ຄືວິຕົກ ວິຈານ ປີຕິ ສຸກ ເອກັຄຄະຕາ
2. ທຸຕິຍະຊານ
ຊານທີ 2 ມີອົງ 3 ຄືປີຕິ ສຸກ ເອກັຄຄະຕາ
3. ຕະຕິຍະຊານ
ຊານທີ 3 ມີອົງ 2 ຄືສຸກ ເອກັຄຄະຕາ
4. ຈະຕຸຕະຖະຊານ
ຊານທີ 4 ມີອົງ 2 ຄືອຸເບກຂາ ເອກັຄຄະຕາ
ຄຳພີຝ່າຍອະພິທັມ ນິຍົມແບ່ງຣູປຊານນີ້ເປັນ 5 ຂັ້ນ ເອີ້ນວ່າ ຊານປັນຈະກະນັຍ
ຫຼືປັນຈະກັຊຊານ
ໂດຍແຊກ
ທຸຕິຍະຊານ (ຊານທີ 2) ທີ່ມີອົງ
4 ຄືວິຈານ ປີຕິ ສຸກ
ເອກັຄຄະຕາ ເພິ່ມເຂົ້າແລ້ວເລື່ອນທຸຕິຍະຊານ
ຕະຕິຍະຊານ
ແລະຈະຕຸຕະຖະຊານ ໃນຊານ 4
ຂ້າງຕົ້ນນີ້ອອກໄປເປັນ ຕະຕິຍະຊານ ຈະຕຸຕະຖະຊານ
ແລະປັນຈະມະຊານ
ຕາມລຳດັບ (ໂດຍສາລະກໍຄື ການຈຳແນກຂັ້ນຕອນໃຫ້ລະອຽດຫຼາຍຂຶ້ນນັ້ນເອງ)
ไม่มีความคิดเห็น:
แสดงความคิดเห็น