วันอาทิตย์ที่ 4 พฤศจิกายน พ.ศ. 2555

ສັດນະລົກ


ສັດນະລົກ
ສຸມົນທາ ປັນຍາສຸກ
    ທ້າວສອນເພັດ ເປັນເດັກສັງກະລີວັດ ຫຼື ເວົ້າແບບສັ້ນໆວ່າເດັກວັດ ຍ້ອນລາວມັກເຮັດກິດຈະກຳຕ່າງໆນຳສາທຸອ້າຍຈົວຢູ່ວັດ.
    ທ້າວສອນເພັດ ເປັນເດັກມີຈິດໃຈປອດໂປ່ງ ແຈ່ມໃສ ແລະ ເປັນເດັກຄຳຮູ້ຜູ້ດີ ເວົ້າງ່າຍ ສອນງ່າຍ ຂອງຄູບາອາຈານ.
    ຫຼັງຈາກເລີກໂຮງຮຽນແລ້ວ ທ້າວສອນເພັດມັກຈະໄປວັດ ເພື່ອເອົາອາຫານຈັງຫັນ ຫຼື ເພນໄປຖວາຍພຣະ, ໄຫວ້ພຣະ, ເຝິກສະມາທິ, ຫັດເດີນຈົງກົມ, ຮຽນໜັງສືທຳ ແລະ ຟັງເລື່ອງຕ່າງໆຂອງສາທຸ (ຄູບາ). ສາທຸຈະເປັນຜູ້ນຳພາລາວເຮັດກິດຈະກຳຕ່າງໆເຫຼົ່ານັ້ນ.
    ສອນເພັດເອີຍ, ມື້ອື່ນສາທຸຊິເລົ່າເລື່ອງໃໝ່ໃຫ້ເຈົ້າຟັງເດີ,” ສາທຸເວົ້າຂຶ້ນ.
    ໂດຍຂະນ້ອຍ,” ທ້າວສອນເພັດຕອບ ພ້ອມທັງເກັບມ້ຽນປຶ້ມປະກອບພາບເລື່ອງທີ່ສາທຸເລົ່າຈົບມື້ນີ້ໄວ້ເປັນລະບຽບ ແລ້ວລາວກໍ່ຍ່າງອອກຈາກວັດໄປໂຮງຮຽນ.
    ມື້ຕໍ່ມາ ຫຼັງຈາກເລີກໂຮງຮຽນຕອນເຊົ້າ ທ້າວສອນເພັດກໍ່ກິນເຂົ້າສວາຍ ແລ້ວຟ້າວຍ່າງເຂົ້າໄປຫາສາທຸໃນວັດທັນທີຕາມທີ່ໄດ້ນັດກັນດ້ວຍຄວາມຕື່ນເຕັ້ນ.
    ສາທຸນຳພາລາວເຮັດສະມາທິໃນສາລາປະມານ 30 ນາທີ, ແລ້ວກໍ່ຍື່ນປຶ້ມຫົວໜຶ່ງໃຫ້ລາວ ພ້ອມທັງເວົ້າວ່າ: “ມື້ນີ້ສາທຸຊິເລົ່າເລື່ອງກ່ຽວກັບບາບກຳຂອງສັດໃນນະລົກໃຫ້ຟັງເດີ,” ສາທຸເວົ້າຂຶ້ນ.
    ທ້າວສອນເພັດ ປ່ຽນທ່ານັ່ງຮັບເອົາປຶ້ມ, ຕັ້ງຄີງຊື່ກົງຢ່າວໃຈຈົດຈໍ່ ແລະ ກຽມເປີດເບິ່ງພາບປະກອບໃນປຶ້ມ ເພື່ອຄວາມເຂົ້າໃຈແຈ້ງຕາມສາທຸເລົ່າ.
    ຫຼັງຈາກ ທ້າວສອນເພັດ ພ້ອມແລ້ວ ສາທຸກໍ່ເລີ່ມເລົ່າເລື່ອງຂຶ້ນ
    ນະລົກຢູ່ຕ່ຳກວ່າຊັ້ນໂລກມະນຸດເຮົາເລິກລົງໄປອີກ 15,000 ໂຍດ. 1 ໂຍດປະມານ 16,000 ກິໂລແມັດ.”
    ໝໍ້ນະລົກໃຫຍ່ມີ 8 ຂຸມ, ແຕ່ລະຂຸມມີຮູບຮ່າງຄ້າຍຄືຮູບຈະຕຸລັດ ມີແປວໄຟໃຫຍ່ມະຫຶມາລຸກໄໝ້ຢູ່ຕະຫຼອດເວລາ ແຕ່ລະດ້ານຂ້າງມີໝໍ້ນະລົກຂະໜາດກາງອີກ 10 ຂຸມ ແລະມີໝໍ້ນະລົກນ້ອຍອີກປະມານ 120 ຂຸມ ຢູ່ອ້ອມຂ້າງນອກເປັນບໍລິວານ.”
    ເວົ້າໂດຍຫຍໍ້ກໍ່ຄື:
    ຖ້າເຮົາຫາກຂ້າສັດໂຕໃດ ບໍ່ວ່າຈະດ້ວຍ ຫອກ, ດາບ, ທະນູ, ໄມ້ຄ້ອນ ຫຼື ດ້ວຍວິທີໃດກໍ່ຕາມ. ເມື່ອເຮົາຕາຍ ເຮົາກໍ່ຈະໄປຕົກນະລົກຂຸມນີ້ ນາຍຍົມພິບານ (ນາຍນິຣິຍະບານ ຫຼື ນາຍຍົມມະບານ) ກໍ່ຈະຈັບເອົາເຮົາໄປສຽບໃສ່ອາວຸດດັ່ງກ່າວຢ່າງປ່າເຖື່ອນ ສັດນະລົກຈະຮ້ອງໄຫ້ອອກມາດ້ວຍຄວາມເຈັບປວດ ຫຼື ນາຍຍົມພິບານຈະເອົາໄມ້ຄ້ອນມາທຸບຫົວຂອງສັດນະລົກຈົນແຕກກະຈາຍ ເລືອດອາບໜ້າອາບຕາ ແລ້ວກໍ່ມີໝາໄນທີ່ມີແຂ້ວໃຫຍ່ແຫຼມຄົມຫຼາຍໂຕໂດດເຂົ້າມາກັດສັດນະລົກຈົນມຸ່ນ ເຫຼືອແຕ່ກະດູກ.”
    ຖ້າເຮົາຫາກມັກເວົ້າຂີ້ຕົວະ ເວົ້າຄຳຫຍາບ, ເວົ້າບໍ່ເປັນທຳໃສ່ພໍ່ແມ່ ຫຼື ສໍ້ໂກງເອົາສິ່ງຂອງຄົນອື່ນ, ມັກກິນສິ່ງມຶນເມົາຕ່າງໆເຊັ່ນ: ເຫຼົ້າ, ເບຍ, ຢາສູບ ແລະ ສິ່ງເສບຕິດອື່ນໆ. ເມື່ອເຮົາຕາຍ ເຮົາກໍ່ຈະໄປຕົກນະລົກຂຸມນີ້ ນາຍຍົມພິບານ ກໍ່ຈະເອົາຄີມທອງແດງທີ່ກຳລັງຮ້ອນຢູ່ນັ້ນມາຄີບລີ້ນຂອງສັດນະລົກດຶງອອກມາ ແລ້ວກໍ່ເອົານ້ຳທອງແດງຮ້ອນໆມາລໍ່ລົງປາກຂອງສັດນະລົກຈົນຕາຍ, ຕາຍແລ້ວກໍ່ຟື້ນ ຟື້ນແລ້ວກໍ່ຕາຍ ຈົນໝົດບາບກຳທີ່ຕົນເອງໄດ້ກະທຳມາ. ສັດນະລົກຈະຮ້ອງໄຫ້ອອກມາດ້ວຍຄວາມເຈັບປວດ ແລ້ວໜ້າສົງສານ.”
    ຖ້າເຮົາຫາກເປັນຄົນຂີ້ຖີ່ ຂີ້ໜຽວ ບໍ່ຍອມໃຫ້ທານແກ່ຄົນອື່ນ ຫຼື ຜູ້ມີສິນ, ຫຼື ເຫັນຄົນອື່ນຈະໃຫ້ທານ ແຕ່ກໍ່ຫ້າມພວກເຂົາບໍ່ໃຫ້ທານ. ຂູດຮີດ ຂົ່ມເຫັງພໍ່ແມ່ ຫຼື ຜູ້ອື່ນໃຫ້ໄດ້ດັ່ງໃຈຕົນເອງ, ມີຫຍັງກໍ່ຮັກສາໄວ້ຄົນດຽວ ເຖິງວ່າຈະເຫຼືອກິນເຫຼືອໃຊ້ກໍ່ຕາມ. ເມື່ອເຮົາຕາຍໄປ ເຮົາກໍ່ຈະໄປຕົກນະລົກຂຸມນີ້. ສັດນະລົກພວກນີ້ຈະບໍ່ມີຫຍັງກິນ. ຍ້ອນຄວາມຫິວໂຫຍຫຼາຍ ຈຶ່ງພາກັນຂູດຈີກກິນເນື້ອໜັງຂອງຕົນເອງຕາງອາຫານ ແລະ ດູດກິນເລືອດຂອງຕົນເອງຕາງນ້ຳ. ສັດນະລົກບາງໂຕຈົນບໍ່ມີເລືອດໃຫ້ດູດ ຫຼື ເນື້ອໜັງຫຸ້ມຫໍ່ຄີງເລີຍ. ສັດນະລົກຈຳພວກນີ້ຈະຮ້ອງໄຫຕະຫຼອດວັນຕະຫຼອດຄືນດ້ວຍຄວາມຫິວໂຫຍ.”
    ຖ້າເຮົາເອົາອາຫານທີ່ເນົ່າເໝັນ ຫຼື ເປັນພິດໃຫ້ເປັນທານ, ຫຼື ຖວາຍອາຫານໃຫ້ສຳມະນະ (ສາທຸອ້າຍຈົວ) ຜູ້ຖືສິນສັນ (ກິນ) ໃນເວລາທີ່ຕ້ອງຫ້າມເຊັ່ນ: ຍາມວິການ (ຕອນແລງ). ເມື່ອເຮົາຕາຍເຮົາຈະໄປຕົກໃນນະລົກຂຸມນີ້. ນາຍຍົມພິບານ ຈະຈັບເອົາເຮົາໂຍນລົງໄປບ່ອນທີ່ມັນໜ້າຂີ້ດຽດ ເນົ່າເໝັນ ແລະ ມີໜອນໂຕນ້ອຍໂຕໃຫຍ່ໄຕ່ຕົນຕົວດູດກິນເລືອດ ຈົນຕົນຕົວຂອງສັດນະລົກໝົດເລືອດເຫຼືອໄວ້ແຕ່ໜັງຫຸ້ມຫໍ່ກະດູກຢ່າງໜ້າສະຫຍອງຂວັນ. ສັດໃນນະລົກຂຸມນີ້ຈະຮ້ອງໄຫ້ອອກມາດ້ວຍຄວາມເຈັບປວດ ແລະ ທໍລະມານທັງກາງເວັນ ແລະ ກາງຄືນ.”
    ຖ້າເຮົາຫາກລັກຫຼິ້ນ ຫຼື ເສບເມຖຸນ (ມີເພດສຳພັນ) ກັບສາມີ ຫຼື ພັນລະຍາ ຂອງຄົນອື່ນ. ເມື່ອເຮົາຕາຍ ເຮົາກໍ່ຈະໄປຕົກນະລົກຂຸມນີ້. ນາຍນິຮິຍະບານ ກໍ່ຈະ
ແກ້ເສື້ອຜ້າຂອງສັດນະລົກອອກ ແລ້ວຈັບຫອກ, ດາບ, ໄມ້ຄ້ອນເຫຼັກໜາມໄລ່ພວກ
ເຂົາໃຫ້ແລ່ນຂຶ້ນຕົ້ນທອງທີ່ເຕັມໄປດ້ວຍໜາມອັນແຫຼມຄົມ, ໜາມສຽບແທງເນື້ອໜັງ
ຂອງສັດນະລົກຈົນເລືອດຍ້ອຍ ເນື້ອໜັງຂາດຈີກໝົດ. ຖ້າສັດນະລົກໂຕໃດຂຶ້ນຊ້າ ໝາໄນແຂ້ວແຫຼມກໍ່ຈະກັດ ຫຼື ນາຍຍົມພິບານ ຈະເອົາຫອກແທງ ຫຼື ຖິ້ມຫອກສຽບ
ໃສ່ສັດນະລົກຈົນຊອດ, ແລະ ຖ້າສັດນະລົກໂຕໃດຂຶ້ນໄປເທິງຫຼາຍ ກໍ່ຈະມີກາດຳໂຕ
ໃຫຍ່ສົບເຫຼັກແຫຼມປານມີດ ລໍຖ້າສັບຕອດຢູ່. ສັດນະລົກພວກນີ້ຕົກຢູ່ໃນສະພາບທີ່
ເຈັບປວດ ແລະ ໜ້າສົງສານຫຼາຍ.”

   
ຖ້າເຮົາມັກປັນສິ່ງຂອງບໍ່ສະເໝີກັນຄື ຜູ້ໜຶ່ງໄດ້ຫຼາຍຜູ້ໜຶ່ງໄດ້ໜ້ອຍ ຫຼື ຂ້າສັດ ຢ່າງໜ້າປ່າເຖື່ອນດ້ວຍຈົກ ສຽມ ໄມ້ຄ້ອນ ດາບ ງ້າວ ຂວານ ເລື່ອຍ ພ້າ ມີດ ຫຼື ອັນໃດອັນໜຶ່ງ. ເມື່ອເຮົາຕາຍ ເຮົາກໍ່ຈະໄປຕົກໃນນະລົກຂຸມນີ້. ນາຍຍົມພິບານ ກໍ່ ຈະຈັບເອົາສັດນະລົກໄປທຸບທໍລະມານດ້ວຍວິທີຕ່າງໆເຊັ່ນ: ຈັບສັດມາມັດຕິດກັບ ເຫຼັກຮ້ອນທອງແດງ ແລ້ວກໍ່ເອົາເລື່ອຍມາຕັດເຄິ່ງຈົນໄສ້ໂລ່ອອກມາແລ້ວພວກກາສົບ ແຫຼມກໍ່ພາກັນມາຕອດກິນໄສ້ຂອງສັດນະລົກແລ້ວຫາບສັດນະລົກໄປໂຍນໃສ່ໝໍ້ນະ ລົກຮ້ອນ. ສັດນະລົກບາງໂຕຖືກນາຍຍົມພິບານ ເອົາຫອກ, ງ້າວ, ດາບ, ມີດ ມາປາດ ມາແລ່ ມາແທງເນື້ອໜັງຂອງສັດນະລົກຈົນມຸ່ນ. ບາງເທື່ອກໍ່ມີກົງຈັກໃຫຍ່ ປິວມາຕັດຄໍ ຫຼື ຕົນໂຕຂອງສັດນະລົກຈົນຂາດຕົກລົງ. ສັດນະລົກຄາງ ຮ້ອງໄຫ້ ອອກມາດ້ວຍຄວາມເຈັບປວດ ແລະ ໜ້າເວທະນາ.”
    ຖ້າເຮົາມັກຈູດເຜົາເຮືອນ ຫຼື ທີ່ຢູ່ອາໄສຂອງຄົນອື່ນ ບໍ່ວ່າຈະແມ່ນບ່ອນຢູ່ຂອງ
ຄົນ ຫຼື ສັດກໍ່ຕາມ. ເມື່ອເຮົາຕາຍ ເຮົາກໍ່ຈະໄປຕົກໃນນະລົກຂຸມນີ້. ນາຍຍົມພິບານ ກໍ່ຈະຈັບເອົາເຮົາໂຍນໃສ່ກອງໄຟອັນມີເທົ່າຖ່ານ ແລະ ແປວໄຟອັນຮ້ອນແຮງກ້າ.ໄຟ
ຈະລຸກໄໝ້ຕາມຕົນໂຕຂອງສັດນະລົກເຫຼົ່ານັ້ນຈົນສຸກແດງ. ສັດນະລົກບາງໂຕມີໄຟ ອອກມາຈາກຮູຫູ, ຮູດັງ, ຜົ້ງປາກ ແລະ ບ່ອນອື່ນໆ. ສັດນະລົກຈະຮ້ອນ ຮ້ອງໄຫ້ ທະເຍີທະຍານໃນທີ່ສຸດສັດນະລົກກໍ່ຕ້ອງຕາຍໃນກອງໄຟນັ້ນດ້ວຍຄວາມເຈັບປວດ.”
    ຖ້າເຮົາມັກຈີ່ ຫຼື ເຜົາສັດທັງເປັນ ບໍ່ວ່າຈະເປັນໝູ ໝາ ເປັດ ໄກ່ ກວາງ ຟານ ແລະ ອື່ນໆ ຫຼືວ່າ ເວລາໄປລ່າສັດແລ້ວເອົາໄຟຈູດປ່າເພື່ອໃຫ້ສັດແລ່ນອອກ ມາແລ້ວຕົນເອງກໍ່ເອົາປືນ ຫຼື ໜ້າ ຍິງເອົາມາກິນ. ເມື່ອເຮົາຕາຍ ເຮົາກໍ່ຈະໄປຕົກ ໃນນະລົກຂຸມນີ້. ສັດນະລົກບາງໂຕມີຫົວເປັນກວາງ, ບາງໂຕມີເປັນຟານ, ບາງໂຕເປັນເຕົ່າ, ບາງໂຕເປັນນົກ ແລະ ອື່ນໆກ ນາຍນິຣິຍະບານ ຈະຈັບເອົາສັດ ເຫຼົ່ານັ້ນໂຍນຖິ້ມໃສ່ເຕົາໄຟທີ່ຮ້ອນແຮງຢ່າງປ່າເຖື່ອນ. ສັດນະລົກພວກນີ້ມີແຕ່ແລ່ນ ໄປມາດ້ວຍຄວາມຢ້ານກົວໃນກອງໄຟ ແລະ ມີໄຟລຸກໄໝ້ຕາມຕົນໂຕຢູ່ຕະຫຼອດເວ ລາທັງກາງເວັນ ກາງຄືນ. ສັດນະລົກຈະຮ້ອງໄຫ້ອອກມາດ້ວຍຄວາມເຈັບປວດຈົນ ຕາຍໃນທີ່ສຸດ.
    “ຖ້າເຮົາມັກທຸບຕີກັນ ມັກຂູ່ ຂົ່ມເຫັງເອົາລັດເອົາປຽບຄົນອື່ນ ຫຼື ເຮັດສົງຄາມກັບຄົນໃດຄົນໜຶ່ງດ້ວຍ ມີດ, ພ້າ, ຫອກ, ຂວານ ຫຼື ອາວຸດຕ່າງໆ ຈົນມີເລືອດຍ້ອຍອອກມາ ຫຼື ຈົນເຖິງແກ່ຄວາມຕາຍ. ເມື່ອເຮົາຕາຍ ພວກເຂົາເຫຼົ່ານັ້ນກໍ່ຈະມາຂ້າພວກເຮົາດ້ວຍອາວຸດເຫຼົ່ານັ້ນເຊັ່ນກັນ. ນາຍຍົມພິບານຈະເອົາຫອກ ຫຼື ຂວານມາສັບສັດນະລົກເຫຼົ່ານັ້ນຈົນແຂນ, ຂາ, ຄໍ ແລະອະໄວຍະວະຕ່າງໆຂາດ ອອກຈາກຮ່າງກາຍ. ສັດນະລົກກໍ່ຈະຮ້ອງໄຫ້ອອກມາດ້ວຍຄວາມເຈັບປວດ. ນອນຕາຍແຊ່ເລືອດທີ່ເດືອດຮ້ອນຂອງຕົນເອງຢູ່ກັບພື້ນແລ້ວຮ່າງກາຍກໍ່ກັບມາຈອດ ຕິດກັນເປັນຮູບຮ່າງຄືນຄືເກົ່າຊ້ຳແລ້ວຊ້ຳອີກນາຍຍົມພິບານ ກໍ່ຈັດການກັບສັດນະລົກ ເຫຼົ່ານັ້ນອີກຈົນກວ່າພວກເຂົາຈະໝົດບາບກຳ.
    ຖ້າເຮົາມັກຈັບສັດມາອິ້ວທັງເປັນ, ເອົານ້ຳກົດ ຫຼື ຢາພິດຕ່າງໆຖອກໃສ່ສັດຈົນຕາຍ. ກິ້ງ ຫຼື ດຶກກ້ອນຫີນໃສ່ຄົນ ຫຼື ສັດຢ່າງບໍ່ມີຄວາມປານີ. ເມື່ອເຮົາຕາຍ ນາຍຍົມພິບານ ກໍ່ຈະຈັບເອົາສັດນະລົກໄປໂຍນຖິ້ມໃສ່ບໍ່ນ້ຳກົດຮ້ອນ ຫຼື ນາຍຍົມພິບານ ຈະຈັບເອົາສັດນະລົກໄປສອດໃສ່ໂຮງອິ້ວເຫຼັກຮ້ອນໃຫຍ່ຈົນຄີງຂອງສັດນະລົກຕາຍເປັນແຜ່ນ ແລ້ວກໍ່ມີກ້ອນຫີນເຫຼັກອັນມີແປວໄຟຮ້ອນແຮງລຸກໄໝ້ຢູ່ວູ່ໆກິ້ງມາທັບຈົນສັດນະລົກມຸ່ນ ຫຼື ແປແອດແລດ. ສັດນະລົກຈະຮ້ອງໄຫ້ຫວັ່ນໄຫວອອກມາດ້ວຍຄວາມຢ້ານກົວ.”
    ເວລາຜ່ານໄປດົນເຕີບ ໃນທີ່ສຸດສາທຸເລົ່າເລື່ອງນີ້ໃຫ້ທ້ານສອນເພັດຟັງກໍ່ຈົບ. ທ້າວສອນເພັດຕັ້ງໃຈຟັງ ແລະ ຕິດຕາມເບິ່ງພາບປະກອບໃນປຶ້ມຢ່າງເພີດເພີນ.
    “ຫຳເອີຍ, ຈັກໂມງແລ້ວ?,” ສາທຸຖາມຂຶ້ນ.
    “ໂດຍ!ຫື” ທ້າວສອນເພັດຕື່ນຍຸບບາດໜຶ່ງລາວຟ້າວຈົກເອົາໂມງອອກຈາກຖົງມາເບິ່ງ.
“ໂອ້! ເກືອບໜຶ່ງໂມງແລ້ວຂະນ້ອຍ,”ທ້າວສອນເພັດເວົ້າ.
    “ມື້ນີ້ພໍເທົ່ານີ້ກ່ອນເນາະ, ມື້ໜ້າຄ່ອຍສືບຕໍ່ເລື່ອງໃໝ່,” ສາທຸເວົ້າ, “ຮີບກຽມເຄື່ອງໄປໂຮງຮຽນໄວ.”
    ເວົ້າແລ້ວສາທຸກໍ່ລຸກຂຶ້ນຍ່າງມຸ່ງໜ້າໄປກຸດຕິໃຫຍ່, ສ່ວນທ້າວສອນເພັດກໍ່ຟ້າວມ້ຽນປຶ້ມໄວ້ເປັນລະບຽບແລ້ວກໍ່ຍ່າງນຳຫາສາທຸຢູ່ໃນກຸດຕິ.
    “ສາທຸ, ຂະນ້ອຍໄປໂຮງຮຽນກ່ອນເດີ,” ທ້າວສອນເພັດເວົ້າ, “ຂອບໃຈຫຼາຍໆທີ່ເພິ່ນເລົ່າເລື່ອງນີ້ໃຫ້ຂະນ້ອຍຟັງ.” ເວົ້າແລ້ວທ້າວສອນເພັດກໍ່ຍ່າງອອກຈາກວັດໄປໂຮງຮຽນ.
    ທ້າວສອນເພັດໄດ້ເລົ່າເລື່ອງທີ່ຕົນເຄີຍໄດ້ຮຽນໄດ້ຟັງຈາກວັດນຳສາທຸ ໃຫ້ໝູ່ເພື່ອນຂອງລາວຟັງໃນໂຮງຮຽນເປັນປະຈຳ ແລະ ມື້ນີ້ລາວກໍ່ມີເລື່ອງເລົ່າແປກໆໃຫ້ພວກເຂົາຟັງອີກ. ໝູ່ເພື່ອນຂອງລາວແຕ່ລະຄົນຮັກລາວ ແລະ ມັກການກະທຳຂອງລາວ. ທ້າວສອນເພັດເປັນທັງນັກຮຽນເກັ່ງ ແລະ ມີນິທານດີໆມາເລ່ົ່າສູ່ໝູ່ເພື່ອນຟັງຢູ່ເລື້ອຍໆ.

ไม่มีความคิดเห็น: