วันพฤหัสบดีที่ 1 พฤศจิกายน พ.ศ. 2555

ກອນສອນໃຈ

ກອນສອນໃຈ


ຂໍຝາກທັມ ເປັນສຽງເພງ
ກ່ອມບັນເລງ ເປັນກຳລັງໃຈ

ເຄີຍຜິດພາດພັ້ງໄປ
ເລີ່ມຕົ້ນໃໝ່ຍັງບໍ່ຊ້າເກີນໄປ ເດີຄົນດີ

ເມື່ອເຮົາບໍ່ເຄີຍຮູ້ຈັກຄຳວ່າລົ້ມ
ແລະບໍ່ເຄີຍຈົມກັບທຸກສິ່ງ

ກໍບໍ່ຮູ້ຈັກກັບຄວາມເປັນຈິງ
ວ່າທຸກສິ່ງນັ້ນເປັນແນວໃດ

ຍາມໃດທີ່ເຮົາຮູ້ສຶກວ່າອ່ອນແອ
ຂໍໃຫ້ແກ້ທີ່ໃຈຕນ

ແລະຍາມໃດທີ່ເຮົາຮູ້ສຶກຮ້ອນຮົນ
ຈົ່ງອົດທົນຄ່ອຍໃຫ້ກຳລັງໃຈຕົວເອງ
ໃຫ້ປ່ອຍວາງ

ເມື່ອຊີວິດເຮົາບໍ່ສົມຫວັງ
ກໍສ້າງໂອກາດຂຶ້ນມາໃໝ່

ເຖິງຈະພາດພັ້ງໄປເທົ່າໃດ
ກໍຍັງບໍ່ສາຍ
ສຳລັບມື້ອື່ນເຊົ້າ

ເຖິງຈະເຈັບປວດ ເທົ່າໃດ
ຖ້າຍັງມີລົມຫາຍໃຈຢູ່ຕ້ອງສູ້ຕໍ່ໄປ

ຖ້າຄົນເຮົາເຮັດຜິດແລ້ວຮູ້ແກ້
ຄົງບໍ່ຊ້າເກີນໄປທີ່ຈະແກ້ໄຂ

ຖ້າເຮົາຍັງມີລົມໄວ້ໃຫ້ຫາຍໃຈ
ຄຳວ່າຊ້າເກີນໄປນັ້ນຍ່ອມບໍ່ມີ

ເຖິງຈະຜິດ ຈະພາດ ຈະພັ້ງໄປ
ເທົ່າໃດກໍຢ່າໄດ້ຫວັ່ນໄຫວ

ມຸ່ງມານະ ພາກພຽນ ຮຽນຕໍ່ໄປ
ພະຍາຍາມໃໝ່ອີກຄັ້ງຍັງບໍ່ຊ້າເກີນໄປ

ຂໍໃຫ້ພະຍາຍາມເຂົ້າໄວ້ເດີທຸກໆທ່ານ
ແມ່ນວ່າແຕ່ລະວັນຈະເຄີຍຖືກຄົນຖາກຖາງ

ບໍ່ເຖິງກັບເຈັບປວດ
ຮ້ອງໃຫ້ຄວນຄາງ

ທຳມະຊາດສ້າງ ເຮົາສູ້
ຖ້າເບິ່ງຕໍ່ໄປ

ວັນໃດວັນໜຶ່ງເຮົາຕ້ອງເຮັດສຳເລັດ
ຮຽນຈົບສົມຄວາມປາຖະໜາແລ້ວ

ພໍ່ແມ່ ຖ້າເປັນກຳລັງໃຈຢູ່ເບື້ອງຫຼັງ
ຈະຊ່ວຍໃຫ້ເຮົາຈົບລົບຄຳນິນທາ

ລອງພະຍາຍາມອີກຈັກເທື່ອ
ສິ່ງທີ່ພາດພັ້ງກໍແລ້ວໄປ
ດ້ວຍຫົວໃຈທີ່ໃຝ່ທັມ

ຊີວິດເຮົາເຂົ້າສູ້ເສັ້ນໄຊ
ດ້ວຍຫົວໃຈທີ່ມີຄວາມພຽນ

ຖ້າພະຍາຍາມຍ່ອມເກິດຂຶ້ນໄດ້
ພາກພຽນຂວນຂວາຍສຶກສາ

ຄົບຄູຜູ້ຮູ້ແທ້ໃນວິຊາ
ທວ່າໂຈດຍາກຍິ່ງຍັງງ່າຍດາຍ

ລອງພະຍາຍາມອີກຈັກສອງເທື່ອ
ເຖິງພາດພັ້ງ ບໍ່ເຖິງກັບຕາຍ

ຊະນະແລ້ວກໍຈະສະບາຍ
ຖ້າວ່າພ່າຍແພ້ ກໍເປັນເລື່ອງທຳມະດາ

ແຕ່ກໍມີສິ່ງໜຶ່ງທີ່ເຮົາຈະໄດ້
ຄືການໃຝ່ດີ ອັນມີຄຸນຄ່າ
ຜູ້ທີ່ຮູ້ຍ່ອມຈະບູຊາ
ຄຸນຄ່າຂອງໃຈທີ່ໃຝ່ໃນຄວາມດີ

ຖ້າຈະແພ້ຢ່າໄດ້ອ່ອນແອໃຫ້ໃຜເຫັນ
ຖ້າຢາກເປັນຄົເຂັ້ມແຂງຕ້ອງແກ່ງເຂົ້າໄວ້

ຖ້າຈະຮ້ອງກໍຂໍໃຫ້ຮ້ອງໃຫ້ໜຳໃຈ
ແຕ່ກໍຂໍໃຫ້ໄດ້ບາງສິ່ງຈາກນ້ຳຕາ

ພຽງແຕ່ປ່ຽນຄວາມຄິດຊີວິດກໍປ່ຽນໄປແລ້ວ
ສິ່ງດີໆທີ່ພວກທ່ານຄວນຄຳນຶງໃຫ້ຄິດເຖິງ
ພຣະຄຸນຂອງພໍ່ຂອງແມ່ເຂົ້າໄວ້

ໃຫ້ພວກທ່ານຄິດໄຕ່ຕອງກ່ອນທີ່ຈະເຮັດອັນໃດ
ຢ່າປ່ອຍໃຫ້ພໍ່ແມ່ຕ້ອງເສຍໃຈ

ไม่มีความคิดเห็น: