วันอาทิตย์ที่ 4 พฤศจิกายน พ.ศ. 2555

ສີລ 8 ຫຼືອັດຖສີລ

ສີລ 8 ຫຼືອັດຖສີລ

ການຮັກສາລະບຽບທາງກາຍ ວາຈາ, ຂໍ້ປະຕິບັດໃນການຝຶກຫັດກາຍ ວາຈາໃຫ້ຍິ່ງຂຶ້ນໄປ ໂດຍຮັກສາໃນ

ບາງໂອກາດ ຫຼືມີສັທທາຈະຮັກສາປະຈຳກໍ່ໄດ້ ເຊັ່ນ ແມ່ຊີມັກຮັກສາປະຈຳ ຫົວຂໍ້ຄືກັນກັບສີລ 5 ແຕ່ປ່ຽນຂໍ້ 3

ແລະເພີ່ມເຕີມຂໍ້ 6-7-8 ຄື

1.ເວັ້ນຈາກທຳລາຍຊີວິດ

2.ເວັ້ນຈາກຖືເອົາຂອງທີ່ເຂົາບໍ່ໄດ້ໃຫ້

3.ເວັ້ນຈາກປະພຶດຜິດພົມມະຈັນ ຄືເວັ້ນຈາກຮ່ວມປະເວນີ

4.ເວັ້ນຈາກເວົ້າຕົວະ

5.ເວັ້ນຈາກຂອງເມົາ ຄືສຸຣາເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະໝາດ

6.ເວັ້ນຈາກບໍລິໂພກອາຫານໃນເວລາວິການ ຄືເພນແລ້ວໄປ

7.ເວັ້ນຈາກຟ້ອນລຳ ຂັບຮ້ອງ ບັນເລງດົນຕຣີ ເບິ່ງການຫຼິ້ນອັນເປັນຂ້າສຶກຕໍ່ພົມມະຈັນ ການທັດຊົງດອກໄມ້ຂອງຫອມ ແລະເຄື່ອງລູບໄລ້ຊຶ່ງໃຊ້ເປັນເຄື່ອງປະດັບຕົກແຕ່ງ

8.ເວັ້ນຈາກທີ່ນອນອັນສູງໃຫຍ່ ຫຼູຫຼາຟຸມເຟືອຍ

ອາຣາທະນາສີລ 8

(ຖ້າຄົນດຽວປ່ຽນຈາກຄຳວ່າ ມະຍັງ ເປັນ ອະຫັງ ແລະ ຍາຈາມະ ເປັນ ຍາຈາມິ)

ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັດຖະ ສີລານິ ຍາຈາມະ (ວ່າ 3 ຄັ້ງ)

ຂ້າແຕ່ ທ່ານຜູ້ຈະເລີນ ຂ້າພະເຈົ້າທັງຫຼາຍ ຂໍສະມາທານສີລ 8 ພ້ອມດ້ວຍໄຕຣສະຣະນະຄົມ ເພື່ອປະໂຫຍດແຫ່ງການຮັກສາ ເປັນຂໍ້ ໆ

ຄຳສະມາທານ ວ່າ

ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກການຂ້າສັດດ້ວຍຕົນເອງ ແລະບໍ່ໃຊ້ໃຫ້ຜູ້ອື່ນຂ້າ)

ອທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກການລັກ, ໂກງ ຂອງຜູ້ອື່ນດ້ວຍຕົນເອງ ແລະບໍ່ໃຊ້ໃຫ້ຜູ້ອື່ນລັກ ໂກງ)

ອພັມມຈຣິຍາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກອສັທທັມກັມອັນເປັນຂ້າເສິກແກ່ພົມມະຈັນ)

ມຸສາວາທາ ເວຣະວະມີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກການເວົ້າຕົວະ ເວົ້າບໍ່ມີຄວາມຈິງ ແລະເວົ້າຫຼອກລວງ ອຳພາງຜູ້ອື່ນ)

ສຸຣາເມຣະຍະມັຊຊປະມາທັດຖານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກການດື່ມສຸຣາ ເມຣັຍ ເຄື່ອງດອງຂອງເຮັດໃຈໃຫ້ຄັ່ງໄຄ້ຕ່າງ ໆ)

ວິກາລໂພຊນາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກບໍລິໂພກອາຫານໃນເວລາວິການ)

ນັຈຈຄີຕວາທິຕວິສູກທັສສນາ ມາລາຄັນທວິເລປນທາຣນມັນທນວິພູສນັດຖານະ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກເວົ້າ ຟັງ ຟ້ອນລຳ ຂັບຮ້ອງ ແລະປະໂຄມເຄື່ອງດົນຕຣີຕ່າງ ໆ ແລະເບິ່ງການຫຼິ້ນທີ່ເປັນຂ້າເສິກແກ່ກຸສົລ ແລະທັດຊົງຕົກແຕ່ງຮ່າງກາຍດ້ວຍເຄື່ອງປະດັບ ແລະດອກໄມ້ຂອງຫອມ ເຄື່ອງທາເຄື່ອງຍ້ອມ ຜັດຜິວໃຫ້ງາມຕ່າງ ໆ)

ອຸຈຈາສະຍະນະມະຫາສະຍະນາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກນັ່ງ ນອນເທິງຕຽງ ຕັ່ງ ມີຕີນສູງເກີນປະມານ ແລະທີ່ນັ່ງ ທີ່ນອນອັນສູງໃຫຍ່ ພາຍໃນໃສ່ນຸ່ນ ແລະສຳລີ ອາສະນາ ອັນວິຈິດໄປດ້ວຍລວດລາຍງາມດ້ວຍເງິນທອງຕ່າງ ໆ)

ອິມານິ ອັດຖະ ສິກຂາປະທານິ ສະມາທິຍາມິ (ວ່າ 3 ຄັ້ງ)

ສີລ 8 ນີ້ສາມາດຮັກສາພິເສດໃນວັນອຸໂບສົດ ເອີ້ນວ່າ ອຸໂບສົດ ຫຼືອຸໂບສົດສີລ

ไม่มีความคิดเห็น: