วันอาทิตย์ที่ 25 พฤศจิกายน พ.ศ. 2555

ທາງແຫ່ງການເຮັດຄວາມຊົ່ວ


ທາງແຫ່ງການເຮັດຄວາມຊົ່ວ 10 ປະການ
ອະກຸສົນກັມບົດ 10 ຫຼືແນວທາງແຫ່ງການເຮັດຄວາມຊົ່ວ 10 ປະການໄດ້ແກ່
1.ກາຍທຸຈຣິຕ 3 ການເຮັດຄວາມຊົ່ວທາງຮ່າງກາຍ 3 ທາງໄດ້ແກ່
1.ຂ້າສັດຕັດຊີວິດ (ປານາຕິບາຕ)
2.ລັກຂະໂມຍ ຊັບສິນຂອງຜູ້ອື່ນ (ອະທິນນາທານ)
3.ການປະພຶດຜິດໃນກາມ (ກາເມສຸມິຈສາຈາຣ)
2.ວະຈີທຸຈຣິຕ 4 ການເຮັດຄວາມຊົ່ວທາງວາຈາ 4 ທາງໄດ້ແກ່
1.ຂີ້ຕົວະ ຫຼອກລວງ (ມຸສາວາທ)
2.ເວົ້າສໍ້ສຽດ (ປິສຸນະວາຈາ)
3.ເວົ້າຄຳຫຍາບ (ຜະຣຸສະວາຈາ)
4.ເວົ້າມົ້ວ ບໍ່ມີປະໂຫຍດ (ສັມຜັປປລາປະ)
3.ມະໂນທຸຈຣິຕ 3 ຄວາມຄິດຊົ່ວທີ່ເກີດຂຶ້ນໃນໃຈ 3 ປະການໄດ້ແກ່
1.ຄິດຢາກໄດ້ຂອງຜູ້ອື່ນ (ອະພິຊຊາ)
2.ຄິດພະຍາບາດປອງຮ້າຍຜູ້ອື່ນ (ພຍາບາທ)
3.ຄິດເຫັນຜິດຈາກທຳນອງຄອງທັມ (ມິຈສາທິດຖິ)
ສະຫຼຸບ ອະກຸສົນກັມບົດ 10 ຄື ຫົນທາງແຫ່ງການເຮັດຄວາມຊົ່ວ 10 ປະການ ຊຶ່ງເປັນສິ່ງທີ່ທຸກຄົນຄວນງົດເວັ້ນ (ພະຍາຍາມຫຼີກລ່ຽງບໍ່ເຮັດ) ຫຍໍ້ລົງໄດ້ເຫຼືອ 3 ທາງ ຄວາມຊົ່ວທາງກາຍ ທາງວາຈາ ແລະທາງໃຈ

ไม่มีความคิดเห็น: