วันพฤหัสบดีที่ 29 พฤศจิกายน พ.ศ. 2555

ສັງຄາທິເສດ 13

ສັງຄາທິເສດ 13
ສັງຄາທິເສດມີ 13 ຢ່າງຄື
1.ພິກຂຸແກ້ງເຮັດໃຫ້ນ້ຳອະສຸຈິເຄື່ອນ ຕ້ອງສັງຄາທິເສດ
2.ພິກຂຸມີຄວາມກຳໜັດຢູ່ ຈັບຕ້ອງກາຍແມ່ຍິງ ຕ້ອງສັງຄາທິເສດ
3.ພິກຂຸມີຄວາມກຳໜັດຢູ່ ເວົ້າກ້ຽວແມ່ຍິງ ຕ້ອງສັງຄາທິເສດ
4.ພິກຂຸມີຄວາມກຳໜັດຢູ່ ເວົ້າຍົ້ວໃຫ້ແມ່ຍິງບຳເລີຕົນດ້ວຍກາມ ຕ້ອງສັງຄາທິເສດ
5.ພິກຂຸເປັນສື່ໃຫ້ຊາຍຍິງເປັນຜົວເມຍກັນ ຕ້ອງສັງຄາທິເສດ
6.ພິກຂຸສ້າງກຸດຕິທີ່ຕ້ອງກໍ່ແລ້ວໂບກດ້ວຍປູນຫຼືດິນ ຊຶ່ງບໍ່ມີໃຜເປັນເຈົ້າຂອງ ຈຳເພາະເປັນທີ່ຢູ່ຂອງຕົນຕ້ອງເຮັດໃຫ້ໄດ້ປະມານໂດຍຍາວພຽງ 12 ຄືບພຣະສຸຄົດ ໂດ້ຍກວ້າງພຽງ 7 ຄືບ ວັດໃນຮ່ວມໃນ ແລະຕ້ອງໃຫ້ສົງສະແດງທີ່ໃຫ້ກ່ອນ ຖ້າບໍ່ໃຫ້ສົງສະແດງທີ່ໃຫ້ກໍ່ດີ ເຮັດໃຫ້ເກີນປະມານກໍ່ດີ ຕ້ອງສັງຄາທິເສດ
7.ຖ້າທີ່ຢູ່ຊຶ່ງຈະສ້າງຂຶ້ນນັ້ນມີທາຍົກເປັນເຈົ້າຂອງເຮັດໃຫ້ເກີນປະມານນັ້ນໄດ້ ແຕ່ຕ້ອງໃຫ້ສົງສະແດງທີ່ໃຫ້ກ່ອນ ຖ້າບໍ່ໃຫ້ສົງສະແດງທີ່ໃຫ້ກ່ອນ ຕ້ອງສັງຄາທິເສດ
8.ພິກຂຸໂກດເຄືອງ ແກ້ງໂຈດພິກຂຸອື່ນດ້ວຍອາບັດປາຣາຊິກບໍ່ມີມູນ ຕ້ອງສັງຄາທິເສດ
9.ພິກຂຸໂກດເຄືອງ ແກ້ງຫາໂຈດພິກຂຸອື່ນດ້ວຍອາບັດປາຣາຊິກ ຕ້ອງສັງຄາທິເສດ
10.ພິກຂຸພາກພຽນເພື່ອຈະທຳລາຍສົງໃຫ້ແຕກກັນ ພິກຂຸອື່ນຫ້າມບໍ່ຟັງ ສົງສູດກັມເພື່ອຈະໃຫ້ລະຂໍ້ທີ່ປະພຶດນັ້ນ ຖ້າບໍ່ລະ ຕ້ອງສັງຄາທິເສດ
11.ພິກຂຸປະພຶດຕາມພິກຂຸຜູ້ທຳລາຍສົງນັ້ນ ພິກຂຸອື່ນຫ້າມບໍ່ຟັງ ສັງສູດກັມເພື່ອຈະໃຫ້ລະຂໍ້ທີ່ປະພຶດນັ້ນ ຖ້າບໍ່ລະ ຕ້ອງສັງຄາທິເສດ
12.ພິກຂຸວ່າຍາກສອນຍາກ ພິກຂຸອື່ນຫ້າມບໍ່ຟັງ ສົງສູດກັມເພື່ອຈະໃຫ້ລະຂໍ້ທີ່ປະພຶດນັ້ນ ຖ້າບໍ່ລະ ຕ້ອງສັງຄາທິເສດ
13.ພິກຂຸໃສ່ຮ້າຍຕະກຸນ ຄືປະຈົບຄະລືຫັດ ສົງໄລ່ອອກຈາກວັດ ກັບວ່າຕິຕຽນສົງ ພິກຂຸອື່ນຫ້າມບໍ່ຟັງ ສົງສູດກັມເພື່ອຈະໃຫ້ລະຂໍ້ທີ່ປະພຶດນັ້ນ ຖ້າບໍ່ລະ ຕ້ອງສັງຄາທິເສດ

ไม่มีความคิดเห็น: