ສິລ
5 ຫຼືເບັນຈະສິລ
ເບັນຈະສີລໄດ້ແກ່ ຄວາມປະພຶດດີທາງກາຍ
ແລະວາຈາ, ການຮັກສາກາຍ ວາຈາ ໃຫ້ຮຽບຮ້ອຍ,
ການຮັກສາປົກກະຕິຕາມລະບຽບວິນັຍ, ຂໍ້ປະຕິບັດໃນການເວັ້ນຈາກຄວາມຊົ່ວ,
ການຄວບຄຸມຕົນໃຫ້ຕັ້ງຢູ່ໃນຄວາມບໍ່ບຽດບຽນ
ມີຄວາມໝາຍຄື
1. ເວັ້ນຈາກທຳລາຍຊີວິດ
2. ເວັ້ນຈາກຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້
3. ເວັ້ນຈາກປະພຶດຜິດໃນກາມ
4. ເວັ້ນຈາກເວົ້າຕົວະ
5. ເວັ້ນຈາກຂອງເມົາ ຄືສຸຣາເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະໝາດ
ອາຣາທະນາສິລ 5
(ຖ້າຄົນດຽວປ່ຽນຈາກຄຳວ່າ ມະຍັງ
ເປັນ ອະຫັງ ແລະຍາຈາມະ ເປັນ ຍາຈາມິ)
ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ
ຕິສະຣະເນນະ ສະຫະ ປັນຈະ ສີລານິ
ຍາຈາມະ
ທຸຕິຍັມປິ ມະຍັງ ພັນເຕ ວິສຸງ
ວິສຸງ ຣັກຂະນັຕຖາຍະ
ຕິສະຣະເນນະ ສະຫະ ປັນຈະ ສີລານິ
ຍາຈາມະ
ຕະຕິຍັມປິ ມະຍັງ ພັນເຕ ວິສຸງ
ວິສຸງ ຣັກຂະນັຕຖາຍະ
ຕິສະຣະເນນະ ສະຫະ ປັນຈະ ສີລານິ
ຍາຈາມະ
ຂ້າແຕ່ ທ່ານຜູ້ຈະເລີນ ຂ້າພະເຈົ້າທັງຫຼາຍ
ຂໍສະມາທານສີລ 5 ພ້ອມດ້ວຍໄຕຣສະຣະນະຄົມ ເພື່ອປະໂຫຍດແຫ່ງການຮັກສາ ເປັນຂໍ້ ໆ
ຄຳສະມາທານ ວ່າ
ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື
ເວັ້ນຈາກການຂ້າສັດດ້ວຍຕົນເອງ ແລະບໍ່ໃຊ້ໃຫ້ຜູ້ອື່ນຂ້າ)
ອະທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື
ເວັ້ນຈາກການລັກ, ໂກງຂອງຜູ້ອື່ນດ້ວຍຕົນເອງ ແລະບໍ່ໃຊ້ໃຫ້ຜູ້ອື່ນ ລັກ ໂກງ)
ກາເມສຸມິຈສາຈາຣາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ
ຄື ເວັ້ນຈາກການປະພຶດຜິດໃນກາມ)
ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ ຄື ເວັ້ນຈາກການເວົ້າຕົວະ
ເວົ້າບໍ່ມີຄວາມຈິງ ແລະເວົ້າຫຼອກລວງ ອຳພາງຄົນອື່ນ)
ສຸຣາເມຣະຍະມັຊຊະປະມາທັດຖານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ຂ້າພະເຈົ້າຂໍສະມາທານຊຶ່ງສິກຂາບົດ
ຄື ເວັ້ນຈາກການດື່ມສຸຣາ ເມຣັຍ ເຄື່ອງດອງຂອງເຮັດໃຈໃຫ້ຄັ່ງໃຄ້ຕ່າງໆ)
ສີລ 5 ຂໍ້ນີ້ ໃນບາລີຊັ້ນເດີມສ່ວນຫຼາຍເອີ້ນວ່າ ສິກຂາບົດ 5 (ຂໍ້ປະຕິບັດໃນການຝຶກຕົນ) ບ້າງ ທັມ 5
ບ້າງ ເມື່ອປະຕິບັດໄດ້ຕາມນີ້ ກໍຊື່ວ່າເປັນຜູ້ມີສີລ ຄືເປັນເບື້ອງຕົ້ນທີ່ຈັດວ່າເປັນຜູ້ມີສີລ ຄຳວ່າ ເບັນຈະສີລ
ທີ່ມາໃນພຣະໄຕຣປິດົກ ປາກົດໃນຄຳພີຊັ້ນອະປະທານ ແລະພຸທທວົງ ຕໍ່ໃນມາສະໄໝຫຼັງ ມີຊື່ເອື້ນເພີ່ມເຕີມ
ຂຶ້ນວ່າເປັນ ນິຈສີລ (ສີລທີ່ຄະລືຫັດຄວນຮັກສາເປັນປະຈຳ) ບ້າງ ວ່າເປັນ ມະນຸສຍທັມ
(ທັມຂອງມະນຸດ ຫຼືທັມທີ່ເຮັດໃຫ້ເປັນມະນຸດ)

ไม่มีความคิดเห็น:
แสดงความคิดเห็น