# ກັມໜັກທີ່ສຸດໃຫ້ຜົນທັນທີ #
ກັມໜັກທີ່ສຸດໃຫ້ຜົນທັນທີ (ອນັນຕຣິຍກັມ) ໝາຍເຖິງກັມໜັກ
ຝ່າຍຊົ່ວ ຊຶ່ງເມື່ອຜູ້ໃດເຮັດລົງໄປແລ້ວຈະຕ້ອງໄດ້ຮັບຜົນທັນທີ ບໍ່ມີກັມໃດມາຂວາງກັ້ນ ເປັນການປິດປະຕູສະຫວັນ
ລົງສູ່ນະລົກອະເວຈີເທົ່ານັ້ນ ກັມໜັກທີ່ວ່າ ໄດ້ແກ່ການກະທຳຕໍ່ໄປນີ້
1.ຂ້າມານດາ (ມາຕຸຄາດ) ໝາຍເຖິງຜູ້ທີ່ຂ້າມານດາຂອງຕົນ
2.ຂ້າບິດາ (ປິຕຸຄາດ) ໝາຍເຖິງຜູ້ທີ່ຂ້າບິດາຂອງຕົນ
3.ຂ້າພຣະອໍລະຫັນ (ອໍລະຫັນຕັຄາດ) ໝາຍເຖິງ ພຸດທະສາສນິກຊົນຜູ້ທີ່ຂ້າພຣະອໍລະຫັນ
4.ທຳຮ້າຍພຣະພຸດທະເຈົ້າຈົນຫໍ້ພຣະໂລຫິດ (ໂລຫິຕຸປບາທ) ໝາຍເຖິງ
ພຸດທະສາສນິກຊົນຜູ້ທຳຮ້າຍພຣະພຸດທະເຈົ້າພຽງແຕ່ເລືອດຫໍ້
5.ທຳລາຍພຣະສົງ (ສັງຄເພດ) ໝາຍເຖິງ ພຣະສົງທີ່ຍຸຍົງໃຫ້ເກີດຄວາມແຕກແຍກໃນລະຫວ່າງຄະນະສົງດ້ວຍກັນ
ສະຫຼຸບ ການກະທຳຊົ່ວທັງ 5 ປະການຖືເປັນກັມໜັກ (ອນັນຕຣິກັມ)
ສ່ວນການຂ້າຕົວຕາຍ (ອັຕວິນິບາຕກັມ) ກໍ່ຖືເປັນກັມໜັກທີ່ຮອງຈາກ ອນັນຕຣິຍກັມ ເພາະທຳລາຍຊີວິດທີ່ພໍ່ແມ່ຮັກ
ແລະຫວງແຫນ
ไม่มีความคิดเห็น:
แสดงความคิดเห็น