วันพฤหัสบดีที่ 22 พฤศจิกายน พ.ศ. 2555

ວັນວິສາຂະບູຊາ

                      ວັນວິສາຂະບູຊາ ວັນຂຶ້ນ 15 ຄ່ຳ ເດືອນ 6

ຄວາມໝາຍຂອງ ວັນວິສາຂະບູຊາ
ຄຳວ່າ ວິສາຂະບູຊາ ຍໍ່ມາຈາກຄຳວ່າ "ວິສາຂະປຸຣະນະມີບູຊາ" ແປວ່າ "ການບູຊາໃນວິນເພັນເດືອນວິສາຂະ" ດັ່ງນັ້ນ ວິສາຂະບູຊາ ຈຶ່ງໝາຍເຖິງ ການບູຊາໃນວັນເພັນເດືອນ 6
ການກຳນົດວັນ
ວັນວິສາຂະບູຊາ ກົງກັບວັນຂຶ້ນ 15 ຄ່ຳ ເດືອນ 6 ຊຶ່ງມັກຈະກົງກັບເດືອນ ພຶດສະພາ ຫຼືມີຖຸນາ ແຕ່ຖ້າປີໃດມີ ເດືອນ 8 ສອງຫົນ ກໍ່ເລື່ອນໄປເປັນວັນຂຶ້ນ 15 ຄ່ຳ ກາງເດືອນ 7 ຫຼືປະມານເດືອນມີຖຸນາ
ຢ່າງໃດກໍ່ຕາມ ໃນບາງປີຂອງບາງປະເທດອາດກຳນົດ ວັນວິສາຂະບູຊາ ບໍ່ກົງກັບຂອງບ້ານເຮົາ ເນື່ອງຈາກປະເທດເຫຼົ່ານັ້ນຢູ່ໃນຕຳແໜ່ງທີ່ຕ່າງໄປຈາກປະເທດເຮົາ ເຮັດໃຫ້ວັນເວລາຄາດເຄື່ອນໄປຕາມເວລາຂອງປະເທດນັ້ນໆ
ປະວັດວັນວິສາຂະບູຊາ ແລະຄວາມສຳຄັນຂອງວັນວິສາຂະບູຊາ
ວັນວິສາຂະບູຊາ ຖືເປັນວັນສຳຄັນຫຼາຍທາງພຣະພຸດທະສາສນາ ເພາະເປັນວັນທີ່ເກີດ 3 ເຫດການສຳຄັນທີ່ກ່ຽວກັບວິຖີຊີວິດຂອງພຣະສັມມາສັມພຸດທະເຈົ້າ ວຽນມາບັນຈົບກັນໃນວັນເພັນເດືອນ 6 ແມ່ນວ່າຈະມີຊ່ວງລະຍະເວລາຫ່າງກັນນັບເວລາຫຼາຍສິບປີ ຊຶ່ງເຫດການອັດສະຈັນ 3 ປະການໄດ້ແກ່
1.ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າປະສູດ
ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງກຸງກະບິນລະພັດ ທຣົງພຣະຄັນແກ່ຈວນຈະປະສູດ ພຣະນາງປ່ຽນພຣະຣາຊຖານໄປປະທັບ ນ ກຸງເທວະທະຫະ ເພື່ອປະສູດໃນຕະກຸນຂອງພຣະນາງຕາມປະເພນີນິຍົມໃນສະໄໝນັ້ນ ຂະນະສະເດັດແວະພັກຜ່ອນພຣະອິຣິຍະບົດໃຕ້ຕົ້ນສາລະ ນ ສວນລຸມພີນີວັນ ພຣະນາງກໍ່ໄດ້ປະສູດພຣະໂອຣົສ ນ ໃຕ້ຕົ້ນສາລະນັ້ນ ຊຶ່ງກົງກັບວັນເພັນເດືອນ 6 ກ່ອນພຸດທະສັກກະຣາຊ 80 ປີ ຄຣັ້ນພຣະກຸມານປະສູດໄດ້ 5 ວັນ ກໍ່ໄດ້ຮັບການຖວາຍພຣະນາມວ່າ "ສິທທັດຖະ" ແປວ່າ "ສົມປາຖະນາ"
ເມື່ອຂ່າວການປະສູດແຜ່ໄປເຖິງອະສິຕະດາບົດ 4 ຜູ້ອາໄສຢູ່ໃນອາສົມເທິງເຂົາຫິມາໄລ ແລະມີຄວາມຄຸ້ນເຄີຍກັບພຣະເຈົ້າສຸດໂທທະນະ ດາບົດຈຶ່ງຍ່າງໄປເຂົ້າເຝົ້າ ແລະເມື່ອເຫັນພຣະຣາຊກຸມານກໍ່ທຳນາຍໄດ້ທັນທີວ່າ ນີ້ຄືຜູ້ຈະຕຣັສຮູ້ເປັນພຣະສັມມາສັມພຸດທະເຈົ້າ ຈຶ່ງກລ່າວພຣະຍາກອນວ່າ "ພຣະຣາຊກຸມານນີ້ຈະບັນລຸພຣະສັມພັນຍູຕະຍານ ເຫັນແຈ້ງພຣະນິບພານອັນບໍລິສຸດຢ່າງຍິ່ງ ທຣົງຫວັງປະໂຫຍດແກ່ຊົນເປັນອັນຫຼາຍ ຈະປະກາດທັມມະຈັກພົມມະຈັນຂອງພຣະກຸມານນີ້ຈັກແຜ່ຫຼາຍ" ແລ້ວຂາບລົງແທບພຣະບາດຂອງພຣະກຸມານ ພຣະເຈົ້າສຸດໂທທະນະທອດພຣະເນດເຫັນເຫດການນັ້ນທຣົງຮູ້ສຶກອັດສະຈັນ ແລະເປີ່ຍມປິຕິ ເຖິງກັບຊູດພຣະອົງລົງອະພິວາດພຣະຣາຊກຸມານຕາມຢ່າງດາບົດ
2.ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າຕຣັສຮູ້ອະນຸຕຕະຣະສັມໂພທິຍານ
ຫຼັງຈາກອອກບວດໄດ້ 6 ປີ ຈົນເມື່ອພຣະຊົນມາຍຸ 35 ພັນສາ ເຈົ້າຊາຍສິດທັດຖະກໍ່ໄດ້ຕຣັສຮູ້ເປັນພຣະພຸດທະເຈົ້າ ນ ໃຕ້ຮົ່ມໄມ້ສີມະຫາໂພ ຝັ່ງແມ່ນ້ຳເນຣັນຊຣາ ຕຳບົນອຸຣຸເວລາເສນານິຄົມ ໃນຕອນເຊົ້າມືດຂອງວັນພຸດ ຂຶ້ນ 15 ຄ່ຳ ເດືອນ 6 ປີຣະກາ ກ່ອນພຸດທະສັກກະຣາຊ 45 ປີ ປັຈຈຸບັນສະຖານທີ່ຕຣັສຮູ້ແຫ່ງນີ້ເອີ້ນວ່າ ພຸດທະຄະຍາ ເປັນຕຳບົນໜຶ່ງຂອງເມືອງຄະຍາ ແຫ່ງລັດພິຫານຂອງອິນເດຍ
ສິ່ງທີ່ຕຣັສຮູ້ ຄື ອຣິຍສັຈສີ່ ເປັນຄວາມຈິງອັນປະເສີດ 4 ປະການຂອງພຣະພຸດທະເຈົ້າ ຊຶ່ງພຣະພຸດທະເຈົ້າສະເດັດໄປທີ່ຕົ້ນມະຫາໂພ ແລະໄດ້ຈະເລີນສະມາທິພາວະນາຈົນຈິຕເປັນສະມາທິໄດ້ຊານທີ 4 ແລ້ວບຳເພັນພາວະນາຕໍ່ຈົນໄດ້ຊານ 3 ຄື
ຍາມຕົ້ນ: ໄດ້ບັນລຸ "ປຸບເພນິວາສານຸຕິຍານ" ຄື ໄດ້ລະນຶກຊາດໃນອະດີດທັງຂອງຕົນ ແລະຜູ້ອື່ນໄດ້
ຍາມສອງ: ໄດ້ບັນລຸ "ຈຸຕູປປາຕຍານ" ຄື ການຮູ້ແຈ້ງການເກີດ ແລະດັບຂອງສັບພະສັດທັງຫຼາຍ ດ້ວຍການມີຕາທິບສາມາດເຫັນການຈຸຕິ ແລະອຸບັດຂອງວິນຍານທັງຫຼາຍ
ຍາມສາມ ຫຼືຍາມສຸດທ້າຍ: ໄດ້ບັນລຸ "ອາສະວັກຂະຍານ" ຄື ຮູ້ວິທີກຳຈັດກິເລສດ້ວຍ ອຣິຍສັຈ 4 (ທຸກຂ໌ ສມຸທັຍ ນິໂຣທ ມັຄ) ໄດ້ຕຣັສຮູ້ເປັນພຣະສັມມາສັມພຸດທະເຈົ້າ ໃນຄືນວັນເພັນເດືອນ 6 ຊຶ່ງຂະນະນັ້ນພຣະພຸດທະອົງມີພຣະຊົນມາຍຸໄດ້ 35 ພັນສາ               
3.ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າສະເດັດເຂົ້າສູ່ປຣິນິບພານ (ດັບສັງຂານບໍ່ກັບມາເກີດສ້າງຊາດ ສ້າງພົບອີກຕໍ່ໄປ)
ເມື່ອພຣະພຸດທະເຈົ້າໄດ້ຕຣັສຮູ້ ແລະສະແດງທັມເປັນເວລານານເຖິງ 45 ປີ ຈົນມີພຣະຊົນມາຍຸໄດ້ 80 ພັນສາ ໄດ້ປະທັບຈຳພັນສາ ນ ເວລຸຄາມ ໃກ້ເມືອງເວສາລີ ແຄວ້ນວັດຊີ ໃນລະຫວ່າງນັ້ນທຣົງປະຊວນຢ່າງໜັກ ຄຣັ້ນເມື່ອເຖິງວັນເພັນເດືອນ 6 ພຣະພຸດທະອົງກັບພຣະພິກຂຸສົງທັງຫຼາຍກໍ່ໄປຮັບພັດຕາຫານບິນທະບາດທີ່ບ້ານທ້າວຈຸນທະ ຕາມຄຳຂໍນິມົນ ພຣະອົງສະເຫວີຍສຸກອນມັດທະວະ ທີ່ທ້າວຈຸນທະຕັ້ງໃຈເຮັດຖວາຍກໍ່ເກີດອາພາດລົງ ແຕ່ທຣົງອົດກັ້ນມຸ່ງສະເດັດໄປຍັງເມືອງກຸສິນາຣາ ປະທັບ ນ ປ່າສາລະ ເພື່ອສະເດັດດັບຂັນທ໌ປຣິນິບພານ
ເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະພຸດທະອົງກໍ່ທຣົງປະທານປັຈສິມໂອວາດວ່າ "ດູກອນພິກຂຸທັງຫຼາຍອັນວ່າສັງຂານທັງຫຼາຍຍ່ອມມີຄວາມເສື່ອຍສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງຍັງກິດທັງປວງອັນເປັນປະໂຫຍດຂອງຕົນ ແລະປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເຖີດ" ຫຼັງຈາກນັ້ນກໍ່ສະເດັດດັບຂັນທ໌ປຣິນິບພານ ໃນຣາຕຣີເພັນເດືອນ 6 ນັ້ນ
ວັນວິສາຂະບູຊາ ເປັນວັນສຳຄັນສາກົນຂອງສະຫະປະຊາຊາດ
ວັນວິສາຂະບູຊາ ຖືເປັນວັນສຳຄັນທີ່ສຸດທາງພຣະພຸດທະສາສນາ ເນື່ອງຈາກລ້ວນມີເຫດການທີ່ກ່ຽວຂ້ອງກັບການຖືກຳເນີດຂອງພຣະພຸດທະສາສນາ ຄື ເປັນວັນທີ່ພຣະສາສດາ ຄື ພຣະສັມມາສັມພຸດທະເຈົ້າປະສູດ ຕຣັສຮູ້ ແລະປຣິນິບພານ ດັ່ງນັ້ນພຸດທະສາສນິກຊົນທົ່ວໂລກຈຶ່ງໃຫ້ຄວາມສຳຄັນກັບວັນວິສາຂະບູຊານີ້ ແລະໃນວັນທີ 13 ທັນວາຄົມ ພ.ສ 2542 ອົງການສະຫະປະຊາຊາດໄດ້ຍອມຮັບຍັດຕິທີ່ປະຊຸມ ກຳນົດໃຫ້ວັນວິສາຂະບູຊາເປັນວັນສຳຄັນຂອງໂລກ ໂດຍເອີ້ນວ່າ Vesak Day ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ທີ່ຍື່ນເລື່ອງໃຫ້ສະຫະປະຊາຊາດພິຈາລະນາ ແລະໄດ້ກຳນົດວັນວິສາຂະບູຊານີ້ເປັນວັນຢຸດວັນໜຶ່ງຂອງສະຫະປະຊາຊາດອີກດ້ວຍ ທັງນີ້ກໍ່ເພື່ອໃຫ້ຊາວພຸດທົ່ວໂລກໄດ້ມີໂອກາດບຳເພັນບຸນເນື່ອງໃນວັນປະສູດ ຕຣັສຮູ້ ແລະປຣິນິບພານຂອງພຣະບຣົມສາສດາ ໂດຍການທີ່ສະຫະປະຊາຊາດໄດ້ກຳນົດໃຫ້ວັນວິສາຂະບູຊາເປັນວັນສຳຄັນຂອງໂລກນັ້ນ ໄດ້ໃຫ້ເຫດຜົນໄວ້ວ່າ ອົງສົມເດັດພຣະສັມມາສັມພຸດທະເຈົ້າທຣົງເປັນມະຫາບຸຣຸດຜູ້ໃຫ້ຄວາມເມຕຕາຕໍ່ໝູ່ມວນມະນຸດ ເປີດໂອກາດໃຫ້ທຸກສາສນາສາມາດເຂົ້າມາສຶກສາພຸດທະສາສນາ ເພື່ອພິສູດຫາຂໍ້ເທັດຈິງໄດ້ໂດຍບໍ່ຈຳເປັນຕ້ອງປ່ຽນມານັບຖືສາສນາພຸດ ແລະທຣົງສັ່ງສອນທຸກຄົນໂດຍໃຊ້ປັນຍາທິຄຸນໂດຍບໍ່ຄິດຄ່າຕອບແທນ
ການປະກອບພິທີໃນວັນວິສາຂະບູຊາ
ການປະກອບພິທີໃນວັນວິສາຂະບູຊາ ຈະແບ່ງອອກເປັນ 3 ພິທີໄດ້ແກ່
1.ພິທີຫຼວງ ຄື ພຣະຣາຊພິທີສຳລັບພຣະມະຫາກະສັດ ພຣະບຣົມສານຸວົງ ປະກອບໃນວັນວິສາຂະບູຊາ
2.ພິທີຣາຊດອນ ຄື ພິທີຂອງປະຊາຊົນທົ່ວໄປ
3.ພິທີຂອງພຣະສົງ ຄື ພິທີທີ່ພຣະສົງປະກອບສາສນກິຈ
ກິດຈະກຳໃນວັນວິສາຂະບູຊາ
ກິດຈະກຳທີ່ພຸດທະສາສນິກຊົນພຶ່ງປະຕິບັດໃນວັນວິສາຂະບູຊາ ໄດ້ແກ່
1.ທຳບຸນໃສ່ບາດ ຢາດນ້ຳອຸທິດສ່ວນກຸສົນໃຫ້ພີ່ນ້ອງທີ່ລ່ວງລັບ ແລະເຈົ້າກຳນາຍເວນ
2.ຕຽມຂອງຄາວຫວານໄປທຳບຸນຖວາຍພັດຕາຫານທີ່ວັດ ແລະປະຕິບັດທັມ ຟັງທັມມະເທສນາ
3.ປ່ອຍນົກປ່ອຍປາ ເພື່ອສ້າງບຸນກຸສົນ
4.ຮ່ວມວຽນທຽນອ້ອມສິມທີ່ວັດໃນຕອນຄ່ຳ ເພື່ອລະນຶກເຖິງຄຸນພຣະພຸດ ພຣະທັມ ພຣະສົງ
5.ຮ່ວມກິຈກຳກ່ຽວກັບວັນສຳຄັນທາງພຸດທະສາສນາ
6.ຈັດສະແດງນິທົດສະການ ປະວັດ ຫຼືເລື່ອງຄວາມເປັນມາກ່ຽວກັບວັນວິສາຂະບູຊາຕາມໂຮງຮຽນ ຫຼືສະຖານທີ່ຣາຊການນຕ່າງໆ ເພື່ອໃຫ້ຄວາມຮູ້ ແລະເປັນການຮ່ວມລະນຶກເຖິງຄວາມສຳຄັນຂອງວັນວິສາຂະບູຊາ
7.ປະດັບທຸງຊາດ ສາສນາໃນວັດ
8.ບຳເພັນສາທາລະນະປະໂຫຍດ
ຫຼັກທັມທີ່ສຳຄັນໃນວັນວິສາຂະບູຊາ ທີ່ຄວນນຳມາປະຕິບັດ
ໃນວັນວິສາຂະບູຊາ ພຸດທະສາສນິກຊົນທັງຫຼາຍຄວນຢຶດໝັ້ນໃນຫຼັກທັມ ຊຶ່ງຫຼັກທັມທີ່ຄວນນຳມາປະຕິບັດໃນວັນວິສາຂບູຊາໄດ້ແກ່
1.ຄວາມກະຕັນຍູ
ຄືການຮູ້ຄຸນຄົນ ເປັນຄຸນນະທັມທີ່ຄູ່ກັບຄວາມກະຕະເວທີ ຊຶ່ງໝາຍເຖິງການຕອບແທນຄຸນທີ່ມີຜູ້ເຮັດໄວ້ ຄວາມກະຕັນຍູ ແລະຄວາມກະຕະເວທີນີ້ ເປັນເຄື່ອງໝາຍຂອງຄົນດີ ເຮັດໃຫ້ຄອບຄົວ ແລະສັງຄົມມີຄວາມສຸກ ຊຶ່ງຄວາມກະຕັນຍູກະຕະເວທີນັ້ນສາມາດເກີດຂຶ້ນໄດ້ກັບທັງ ບິດາມານດາ ແລະລູກ ຄູອາຈານກັບນັກຮຽນ ນາຍຈ້າງກັບລູກຈ້າງຯລຯ
ໃນພຣະພຸດທະສາສນາ ປຽບພຣະພຸດທະເຈົ້າດັ່ງກັບບຸພກາຣີ ຜູ້ຊີ້ໃຫ້ເຫັນທາງຫຼຸດພົ້ນແຫ່ງຄວາມທຸກ ດັ່ງນັ້ນພຸດທະສາສນິກຊົນຈຶ່ງຄວນຕອບແທນດ້ວຍຄວາມກະຕັນຍູກະຕະເວທີດ້ວຍການທຳນຸບຳລຸງພຣະພຸດທະສາສນາ ແລະດຳລົງພຣະພຸດທະສາສນາໃຫ້ຢູ່ສືບໄປ
2.ອຣິຍສັຈ 4
ຄືຄວາມຈິງອັນປະເສີດ 4 ປະການທີ່ພຣະພຸດທະເຈົ້າທຣົງຕຣັສຮູ້ໃນວັນວິສາຂະບູຊາ ໄດ້ແກ່
ທຸກ ຄື ປັນຫາຂອງຊີວິດ ສະພາວະທີ່ທົນໄດ້ຍາກ ຊຶ່ງທຸກຂັ້ນພື້ນຖານ ຄື ການເກີດ ແກ່ ແລະຕາຍ ລ້ວນເປັນສິ່ງທີ່ທຸກຄົນຕ້ອງຜະເຊີນ
ສະມຸທັຍ ຄື ຕົ້ນເຫດຂອງປັນຫາ ຫຼືສາເຫດຂອງການເກີດທຸກ ແລະສາເຫດສ່ວນໃຫຍ່ຂອງປັນຫາເກີດຈາກ "ຕັນຫາ" ອັນໄດ້ແກ່ ຄວາມຢາກໄດ້ຕ່າງໆຢ່າງບໍ່ມີທີ່ສິ້ນສຸດ
ນິໂຣທ ຄື ຄວາມດັບທຸກ ເປັນສະພາບທີ່ຄວາມທຸກໝົດໄປ ເພາະສາມາດດັບກິເລສ ຕັນຫາ ອຸປາທານອອກໄປໄດ້
ມັຄ ຄື ຫົນທາງທີ່ນຳໄປສູ່ການດັບທຸກ ເປັນການປະຕິບັດເພື່ອແກ້ປັນຫາ ມີ 8 ປະການ ໄດ້ແກ່ ຄວາມເຫັນຊອບ ດຳຣິຊອບ ວາຈາຊອບ ກະທຳຊອບ ລ້ຽງຊີບຊອບ ພະຍາຍາມຊອບ ລະນຶກຊອບ ຕັ້ງຈິຕໝັ້ນຊອບ
3.ຄວາມບໍ່ປະໝາດ
ຄືການມີສະຕິຕລອດເວລາ ບໍ່ວ່າຈະເຮັດອັນໃດ ເວົ້າອັນໃດ ຄິດອັນໃດ ລ້ວນຕ້ອງໃຊ້ສະຕິ ເພາະສະຕິຄືການລະນຶກໄດ້ ການລະນຶກໄດ້ຢູ່ສະເໝີຈະເຮັດໃຫ້ເຮົາໃຊ້ຊີວິດຢ່າງບໍ່ປະໝາດ ຊຶ່ງຄວາມປະໝາດນັ້ນຈະເຮັດໃຫ້ເກີດປັນຫາຫຍຸ້ງຍາກຕາມມາ ດັ່ງນັ້ນໃນວັນນີ້ພຸດທະສາສນິກຊົນຈະພາກັນນ້ອມລະນຶກເຖິງຄຸນພຣະພຸດທະເຈົ້າ ພຣະທັມ ແລະພຣະສົງ ດ້ວຍຄວາມມີສະຕິ
ວັນວິສາຂະບູຊາ ນັບວ່າເປັນວັນທີ່ມີຄວາມສຳຄັນສຳລັບພຸດທະສາສນິກຊົນທຸກຄົນ ເປັນວັນທີ່ມີການເຮັດພິທີພຸດທະບູຊາ ເພື່ອເປັນການນ້ອມລະນຶກເຖິງພຣະວິສຸດທິຄຸນ ພຣະປັນຍາຄຸນ ແລະພຣະມະຫາກະຣຸນາທິຄຸນ ຂອງພຣະສັມມາສັມພຸດທະເຈົ້າທີ່ມີຕໍ່ມວນມະນຸດ ແລະສັບພະສັດ ອີກທັງເພື່ອເປັນການລະນຶກເຖິງເຫດການອັນໜ້າອັດສະຈັນທັງ 3 ປະການ ທີ່ມາບັງເກີດໃນວັນດຽວກັນ ແລະນຳຫຼັກທັມຄຳສັ່ງສອນຂອງພຣະພຸດທະອົງມາເປັນແນວທາງການປະຕິບັດໃນການດຳລົງຊີວິດ

ไม่มีความคิดเห็น: