ຊານ 8 = ຣູປຊານ 4 + ອະຣູປຊານ 4
ຣູປຊານ 4
1. ປະຖົມຊານ
ຊານທີ 1 ມີອົງ 5 ຄືວິຕົກ ວິຈານ ປີຕິ ສຸກ ເອກັຄຄະຕາ
2. ທຸຕິຍະຊານ
ຊານທີ 2 ມີອົງ 3 ຄືປີຕິ ສຸກ ເອກັຄຄະຕາ
3. ຕະຕິຍະຊານ
ຊານທີ 3 ມີອົງ 2 ຄືສຸກ ເອກັຄຄະຕາ
4. ຈະຕຸຕະຖະຊານ
ຊານທີ 4 ມີອົງ 2 ຄືອຸເບກຂາ ເອກັຄຄະຕາ
ອະຣູປຊານ 4 ຫຼືອາຣຸປປ໌ 4
ຊານມີອະຣູປທັມເປັນອາລົມ ຄືອະຣູປຊານ, ພົບຂອງສັດຜູ້ເຂົ້າເຖິງອະຣູປຊານ, ພົບຂອງອະຣູປພົມ ໄດ້ແກ່
1. ອາກາສານັນຈາຍະຕະນະ
ຊານອັນກຳນົດອາກາດຄືຊ່ອງວ່າງຫາທີ່ສຸດບໍ່ໄດ້ເປັນອາລົມ
ຫຼືພົບຂອງຜູ້ເຂົ້າເຖິງຊານນີ້
2. ວິນຍານັນຈາຍະຕະນະ
ຊານອັນກຳນົດວິນຍານຫາທີ່ສຸດບໍ່ໄດ້ເປັນອາລົມ ຫຼືພົບຂອງຜູ້ເຂົ້າເຖິງຊານນີ້
3. ອາກິນຈັນຍາຍະຕະນະ
ຊານອັນກຳນົດພາວະທີ່ບໍ່ມີຫຍັງ ເປັນອາລົມ
ຫຼືພົບຂອງຜູ້ເຂົ້າເຖິງຊານນີ້
4. ເນວະສັນຍານະສັນຍາຍະຕະນະ
ຊານອັນເຂົ້າເຖິງພາວະມີສັນຍາກໍບໍ່ແມ່ນ
ບໍ່ມີສັນຍາກໍບໍ່ແມ່ນ ຫຼືພົບຂອງຜູ້ເຂົ້າເຖິງຊານນີ້
ไม่มีความคิดเห็น:
แสดงความคิดเห็น