ປັຈຈັຍໃຫ້ເກີດສັມມາທິດຖິ
2
ທາງເກີດແຫ່ງແນວຄວາມຄິດທີ່ຖືກຕ້ອງ, ຕົ້ນທາງຂອງປັນຍາ ແລະຄວາມດີງາມທັງປວງ
1.ປະຣະໂຕໂຄສະ
ສຽງຈາກຜູ້ອື່ນ ການກະຕຸ້ນຫຼືຊັກຈູງຈາກພາຍນອກ ຄື ການຮັບຟັງຄຳແນະນຳສັ່ງສອນ
ໂດຍສະເພາະການສະດັບສັທທັມຈາກທ່ານຜູ້ເປັນກັນລະຍານະມິດ
2.ໂຍນິໂສມະນະສິການ
ການໃຊ້ຄວາມຖືກວິທີ ຄວາມຮູ້ຈັກຄິດ ຄິດເປັນ ຄື
ເຮັດໃນໃຈໂດຍແຍບຄາຍເບິ່ງສິ່ງທັງຫຼາຍດ້ວຍ
ຄວາມພິຈາລະນາ
ຮູ້ຈັກສືບສາວຫາເຫດຜົນ ແຍກແຍະສິ່ງນັ້ນໆ ຫຼືປັນຫານັ້ນໆອອກ ໃຫ້ເຫັນຕາມສະພາວະ
ແລະຕາມຄວາມສັມພັນແຫ່ງເຫດປັຈຈັຍ
ไม่มีความคิดเห็น:
แสดงความคิดเห็น