วันอาทิตย์ที่ 4 พฤศจิกายน พ.ศ. 2555

ວັນທາຫຼວງ

ວັນທາຫຼວງ

ວັນທາມິ ພຸທທັງ ສັພພັງ ເມ ໂທສັງ ຂະມະຖະ ເມ ພັນເຕ

ວັນທາມິ ທັມມັງ ສັພພັງ ເມ ໂທສັງ ຂະມະຖະ ເມ ພັນເຕ

ວັນທາມິ ສັງຄັງ ສັພພັງ ເມ ໂທສັງ ຂະມະຖະ ເມ ພັນເຕ

ວັນທາມິ ຄຸຣຸອຸປັຊຊາຍາຈະຣິເຍ ສັພພັງ ເມ ໂທສັງ ຂະມະຖະ ເມ ພັນເຕ

ວັນທາມິ ກັມມັຕຖານັງ ສັພພັງ ເມ ໂທສັງ ຂະມະຖະ ເມ ພັນເຕ

ວັນທາມິ ອາຣາເມ ພັທທະສີມາຍັງ ສັພພັງ ເມ ໂທສັງ ຂະມະຖະ ເມ ພັນເຕ

ວັນທາມິ ເຈຕິຍັງ ສັພພັງ ສັພພັຕຖາເນສຸ ປະຕິຕຖິຕາ ສະຣີຣະທາຕຸ ມະຫາໂພທິງ ພຸທທະຣູປັງ

ສະກະລັງ ສະທາ ນາຄະໂລເກ ເທວະໂລເກ ພຣັມມະໂລເກ ຊັມພຸທີເປ ລັງກາທີເປ ສະຣີຣະທາຕຸໂຍ

ເກສາທາຕຸໂຍ ອະຣະຫັນຕະທາຕຸໂຍ ເຈຕິຍັງ ຄັນທະກຸຕິງ ຈະຕຸຣາສີຕິສະຫັສເສທັມມັກຂັນເທ ສັພເພສັງ

ປາທະເຈຕິຍັງ ອະຫັງ ວັນທາມິ ສັພພະໂສຯ

ວັນທາຫຼວງ ແປ

(ຄຳໄຫວ້ພຣະຣັຕຕະນະໄຕຣ ແລະປູຊນີຍະສະຖານທັງຫຼາຍ)

ທ່ານຜູ້ຈະເລີນ ຂ້າພະເຈົ້າຂໍໄຫວ້ພຣະພຸທທະເຈົ້າ ຂໍໄດ້ໂປດອະໄພຂ້າພະເຈົ້າຕໍ່ໂທດທັງຫຼາຍ ທີ່ໄດ້ເຮັດລົງໄປ

ທ່ານຜູ້ຈະເລີນ ຂ້າພະເຈົ້າຂໍໄຫວ້ພຣະທັມ ຂໍໄດ້ໂປດອະໄພຂ້າພະເຈົ້າຕໍ່ໂທດທັງຫຼາຍທີ່ໄດ້ເຮັດລົງໄປ

ທ່ານຜູ້ຈະເລີນ ຂ້າພະເຈົ້າຂໍໄຫວ້ພຣະສົງ ຂໍໄດ້ໂປດອະໄພຂ້າພະເຈົ້າຕໍ່ໂທດທັງຫຼາຍທີ່ໄດ້ເຮັດລົງໄປ

ທ່ານຜູ້ຈະເລີນ ຂ້າພະເຈົ້າຂໍໄຫວ້ຄຣູບາອາຈານທັງຫຼາຍ ຂໍໄດ້ໂປດອະໄພຂ້າພະເຈົ້າຕໍ່ໂທດທັງຫຼາຍ ທີ່ໄດ້ເຮັດລົງໄປ

ທ່ານຜູ້ຈະເລີນ ຂ້າພະເຈົ້າຂໍໄຫວ້ພຣະກັມມະຖານ ຂໍໄດ້ໂປດອະໄພຂ້າພະເຈົ້າຕໍ່ໂທດທັງຫຼາຍ ທີ່ໄດ້ເຮັດລົງໄປ

ທ່ານຜູ້ຈະເລີນ ຂ້າພະເຈົາຂໍໄຫວ້ພັທທະສີມາ ຂໍໄດ້ໂປດອະໄພຂ້າພະເຈົ້າຕໍ່ໂທດທັງຫຼາຍ ທີ່ໄດ້ເຮັດລົງໄປ
ຂ້າພະເຈົ້າຂໍໄຫວ້ ພຣະເຈດີ ພຣະພຸທທະຮູບ ພຣະສຣີຣທາຕທັງຫຼາຍທີ່ປະດິດສະຖານໃນທີ່ທຸກແຫ່ງ

ຂໍໄຫວ້ພຣະສຣີຣທາຕ ພຣະເກສາທາຕ ພຣະອໍຣຫັນຕທາຕ ພຣະຄັນທະກູດີ ພຣະທັມທັງແປດໝື່ນສີ່ພັນ

ພຣະທັມມະຂັນທ໌ ຂໍໄຫວ້ພຣະບາທເຈດີທົ່ວທຸກສະຖານທີ່ປະດິດສະຖານຢູ່ໃນ ນາຄໂລກ ເທວໂລກ

ໃນຊົມພູທີບ ທັງໝົດໃນການທຸກເມື່ອດ້ວຍປະການທັງປວງ

ไม่มีความคิดเห็น: